ກອງປະຊຸມສຸດຍອດອາຊີ - ເອີລົບຄັ້ງທີ 9: ກາລະໂອກາດຄຳໃຫ້ແກ່ການຮ່ວມມື

(vovworld) - ກອງປະຊຸມສຸດຍອດອາຊີ-ເອີຣົບ (ອາເຊັມ) ຄັ້ງທີ 9 ໄດ້ດຳ​ເນີນ​ໃນ​ລະຫວ່າງວັນທີ 5 – 6/2012 ທີ່ນະຄອນຫຼວງວຽງຈັນ, ​ນີ້ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ, ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ປະຊາ​ຄົມ​ໂລກ. ​ໂດຍ​ໄດ້​ຮັບ​ການ​ດຳ​ເນີນ​​ໃນ​ຂະນະ​ທີ່​ສອງ​ທະວີບ ​ແລະ ​ໂລກ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ກໍ່​ຄື​ຄວາມ​ສະດວກ​ຫຼາຍ​ຢ່າງຄື: ​ການ​ຟື້ນ​ຟູ​ເສດຖະກິດ​ຂອງ​ໂລກ​ຍັງ​ຊັກ​ຊ້າ, ຜົນ​ສະທ້ອນ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ, ການ​ປະ​ທະ​ກັນ​ທາງ​ສາສະໜາ…ຍ້ອນ​ເຫດ​ນັ້ນ, ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຄູ່​ເຈລະຈາ, ​ເພື່ອ​ຊອກ​ຫາ​ມາດ​ຕະການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຊຸກຍູ້​ການ​ຟື້ນ​ຟູ​​ເສດຖະກິດ ​ແລະ ຮັບ​ມື​ກັບ​ການ​ທ້າ​ທາຍ​ຕ່າງໆ​ໃນ​ທົ່ວ​ໂລກ.

ກອງປະຊຸມສຸດຍອດອາຊີ - ເອີລົບຄັ້ງທີ 9: ກາລະໂອກາດຄຳໃຫ້ແກ່ການຮ່ວມມື - ảnh 1
ກອງປະຊຸມສຸດຍອດອາຊີ-ເອີຣົບ (ອາເຊັມ) ຄັ້ງທີ 9
(ພາບ: google.com.vn)

    ​ໃນ​ສະຖານະ​ການ​ທີ່ວິ​ກິດ​ການ​ໜີ້​ສິນ​ຢູ່​ພາກ​ພື້ນ​​ນຳ​ໃຊ້​ສະກຸນ​ເງິນ​ເອີ​ໂຮ​ຍັງ​ບໍ່​ທັນ​ຫຼຸດລົງນັ້ນ, ​ເລື່ອງ​ສອງ​ທະວີບ​ຫຍັບ​ມໍ່​​​ໃກ້​ກັນ​ໃນ​ເປົ້າ​ໝາຍ​ລວມນັ້ນ ​​ໄດ້​ເປັນ​ສັນຍານ​ທີ່​ຕັ້ງໜ້າ​ທາງ​ດ້ານ​ເສດຖະກິດ. ຄວາມ​ຈິງ​ແລ້ວ, ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ ທີ່​ເວທີ​ປາ​ໄສ​ນີ້​ສຸມ​ໃສ່​ບັນດາ​ຫົວ​ຂໍ້​ຮ່ວມ​ມື​ທາງ​ດ້ານເສດຖະກິດ​. ທີ່​ກອງ​ປະຊຸມ​ອາ​ເຊັມຢູ່ ບຣຸກ​ເຊັນ (​ແບນ​ຊິກ) ​ເມື່ອ​ປີ 2010. ​ໄດ້​ສຸມ​ໃສ່​ປຶກສາ​ຫາລືກ່ຽວ​ກັບການ​ປະຕິ​ຮູບ​ກອງ​ທຶນ​ເງິນຕາ​ສາກົນ (IMF) ພາຍຫຼັງ​ວິ​ກິດ​ການ​ໜີ້​​ສາທາລະນະ​ຢູ່​ເອີ​ລົບ​ ​ແລະ ການ​ຟື້ນ​ຟູ​​ບັນດາ​ພື້ນຖານ​ເສດຖະກິດ​ອາຊີຢ່າງ​ແຮງ​. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ປະຈຸ​ບັນ, ​ເມື່ອວິ​ກິດ​ການ​ຢູ່  Eurozone ນັບ​ມື້​ນັບ​ຮ້າຍ​ແຮງນັ້ນ, ການ​ຮ່ວມ​ມືລະຫວ່າງ​ສອງ​ທະວີບ​ຍິ່ງ​ມີ​ຄວາມ​ຈຳ​ເປັນ ​ແລະ ຮີບ​ດ່ວນ​ກວ່າ​ເວລາ​ໃດ​ໝົດ.

ຍ້ອນ​ເຫດ​ນັ້ນ, ການ​ມີໜ້າ​ຂອງ​ບັນດາ​ການ​ນຳ​ເອີ​ລົບ​ຢູ່​ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ການ​ຢືນຢັນ​ວ່າ: ອາ​ເຊັມ​ແມ່ນ​ເວທີ​ປາ​ໄສ​ສຳຄັນ ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ແກ້​ໄຂ​ວິ​ກິດ​ການ​ໜີ້​ສາທາລະນະ ກໍ່​ຄື​ຮັບ​ມື​ກັບ​ການ​ທ້າ​ທາຍ​ຂອງໂລກ​ໃນ​ປະຈຸ​ບັນ. ກ່ອນ​ທີ່​ຈັດ​ກອງ​ປະຊຸມ, ປະທານຄະນະ​ກຳມະການ​ເອີ​ລົບ Jose Manuel Barroso ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ອາຊີ​ນັບ​ມື້​ນັບ​ມີ​ຄວາມ​ສຳຄັນ​ກວ່າ​ໃນ​ການ​ພັດທະນາ​ເສດຖະກິດ. ສ່ວນ​ທ່ານ​ ກິ​ຕິຣັດ ນະຣາກົງ. ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ເງິນ​ໄທ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ດ້ວຍ​ຄວາມ​ຫຍຸ້ງຍາກ​ທີ່​ພວມ​ເກີດ​ຂຶ້ນ​ຢູ່​ບາງ​ປະ​ເທດ Eurozone ນັ້ນ, ການ​ຮ່ວມ​ມື​ອາຊີ - ​ເອີ​ລົບ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ. ຕາມ​ການ​ຕີ​ລາຄາ​ຂອງ​ອົງການ​ຮ່ວມ​ມື​ເສດຖະກິດ ​ແລະ ພັດທະນາ (OECD), ​ແລ້ວ, ​ເຖິງ​ວ່າ​ເສດຖະກິດ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ພວມ​ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງ​ຊັກ​ຊ້າ​ກໍ່ຕາມ, ​ແຕ່​ຍັງ​ຄົງ​ມີ​ທ່າ​ເຕີບ​ໂຕ​ດີ​ພໍ​ສົມຄວນ​ພາຍຫຼັງ​ວິ​ກິດ​ການ​ການ​ເງິນ​​ທົ່ວ​ໂລກ. ​ເຖິງ​ວ່າ OECD ບໍ່​ຄາດ​ຄະ​ເນ​ລະດັບ​ເຕີບ​ໂຕ GDP ຂອງ​ອາ​ຊຽນກໍ່ຕາມ, ​ແຕ່​ວົງ​ການ​ເຈົ້າ​ໜ້າ​ທີ່​ສິງ​ກະ​ໂປ ​ພັດ​ຄາດ​ຄະ​ເນ​ວ່າ ປີ​ນີ້, ​ເສດຖະກິດ​ຂອງ​​ສິງ​ກະ​ໂປບັນລຸ​ລະດັບ​ເຕີບ​ໂຕ​ເຖິງ 15%, ສ່ວນ​ອິນ​ໂດ​ເນ​ເຊຍ​ ຄາດ​ຄະ​ເນ​ວ່າ​ຈະບັນລຸ​ລະດັບ​ເຕີບ​ໂຕກ​ວ່າ 6%. GDP ຂອງຈີນ​ເພີ່ມ​ຂຶ້ນ 7,8% ​ແລະ ອິນ​ເດຍ​ແມ່ນ 6%. ຍ້ອນ​ເຫດ​ນັ້ນ, ການ​ຮ່ວມ​ມື, ຮ່ວມ​ສຳພັນ​ລະຫວ່າງ​ສອງ​ທະວີບ​ນີ້ ​ຈຶ່ງ​ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ​ພື້ນຖານ​ເສດຖະກິດ​ໂລກ. ຄວາມ​ຈິງ​ແລ້ວ, ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວມ​ດຳ​ເນີນ​ຢູ່​ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ເປັນ​ການ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ການ​ນຳ, ​ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ທະວີບ. ກ່ອນ​ທີ່ຈັດກອງ​ປະຊຸມ​ສຸດ​ຍອດ, ​ເວທີ​ປາ​​ໄສ​ອາຊີ - ​ເອີ​ລົບ​ຄັ້ງ​ທີ 13 (AEBF 13) ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ດີງາມ ​ແລະ ຍົກ​ອອກ​ຂໍ້​ສະ​ເໜີ​ຈຳນວນ​ໜຶ່ງ ​ເພື່ອ​ຍື່ນ​ຕໍ່​ອາ​ເຊັມ 9, ​ໃນ​ນັ້ນ​ມີ​ຂໍ້​ສະ​ເໜີ​ຄວນ​ມີ​ສະພາບ​ແວດ​ລ້ອມ​ໝັ້ນຄົງ​ທາງ​ດ້ານ​ການ​ເມືອງ, ສັງຄົມ ​ແລະ ​ເສດຖະກິດ, ລົບ​ລ້າງ​ສິ່ງ​ທີ່​ກີດຂວາງ​ດ້ານ​ການ​ຄ້າ, ການ​ບໍລິການ ກໍ່​ຄື​ການ​ລົງທຶນ. ບັນດາ​ລັດຖະບານ​ສະມາຊິກ​ອາ​ເຊັມ ຄວນ​ສະໜັບສະໜູນ​ການ​ແກ່ງ​ແຍ້​ງຂອງ​ບໍລິສັດ​ຕ່າງໆ ດ້ວຍ​ການ​ລົບ​ລ້າງ​ບັນດາ​ຫຼັກການ​ຈຳ​ແນ​ກ ການ​ປະ​ພືດ, ປະຕິບັດ​ບັນດາ​ຫຼັກການ​ລວມ​ເຊິ່ງ​ໄດ້​ຮັບ​ການ​ຕົກລົງນຳ​ກັນ​ແລ້ວ; ​ແລະ ຕ້ອງ​ມີນິຕິ​ກຳ​ເປັນ​ປົກກະຕິ ນັ້ນ​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ພັດທະນາ.

ຄວາມ​ຫວັງ​ກ່ຽວ​ກັບ​ການ​ຮ່ວມ​ມື​ກໍ່​ໄດ້​ຮັບ​ການສະ​ແດງ​ອອກ​ທີ່​ວາລະ​ປະຊຸມ​ລັບ​ຄັ້ງທຳ​ອິດ​ກ່ຽວ​ກັບ ”ບັນດາ​ບັນຫາ​ເສດຖະກິດ - ການ​ເງິນ”, ບັນດາ​ການ​ນຳ​ອາຊີ ​ແລະ ​ເອີ​ລົບ ລ້ວນ​ແຕ່​ຢືນຢັນ​ເຖິງ​ຄວາມ​ຕັດສິນ​ໃຈ​ຊຸກຍູ້​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ທະວີບ​ຢ່າງ​ວ່ອງ​ໄວ, ໝັ້ນຄົງ, ດຸ່ນດ່ຽງ ​ແລະ ສະໝ່ຳສະ​ເໝີ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮ່ວມ​ມື​ດ້ານ​ການ​ເງິນ, ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ, ສ້າງ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ, ການ​ລົງທຶນ, ​ແກ້​ໄຂ​ບັນຫາ​ວຽກ​ເຮັດ​ງານ​ທຳ, ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​​​ໃຫ້​​ຕະຫຼາດຄືນ​ໃໝ່, ​ເພີ່ມ​ທະວີ​ຄວາມ​ໂປ່​ງ​ໃສ ​ແລະ ປະ​ຕິ​ຮູບ​ລະບົບ​ການ​ເງິນ...

ໜຶ່ງ​ໃນ​ບັນດາ​ຂີດ​ໝາຍ​ສຳຄັນ​ຂອງ​ອາ​ເຊັມ 9 ນັ້ນ​ແມ່ນ​ເລື່ອງ​ຮັບ​ເອົາ​ 3 ປະ​ເທດ​ເຂົ້າ​ເປັນສະມາຊິກ​ໃໝ່​ຂອງ ອາ​ເຊັມ, ອັນ​ໄດ້​ຍົກ​ຈຳນວນ​ສະມາຊິກ​ຂອງ​ອາ​ເຊັມຈາກ 48 ຂຶ້ນ​​ເປັນ 51 ປະ​ເທດ. ຄວາມ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂອງ​ອາ​ເຊັມ ພວມ​ເພີ່ມ​ພະລັງ​ໃຫ້​ແກ່​ເວທີ​ປາ​ໄສ​ໃຫຍ່​ອັນ​ດັບ 2 ຂອງ​ໂລກ​ນີ້. ຫວັງ​ວ່າ, ດ້ວຍ​ການ​​ເຄື່ອນ​ໄຫວ​ຕ່າງໆ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ 9 ຄັ້ງ​ນີ້, ຈະ​ສ້າງບັນດາ​ກາລະ​ໂອກາດ​ໃໝ່, ການ​ຮ່ວມ​ມື​ໃໝ່​, ປະກອບສ່ວນ​ແກ້​ໄຂ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ, ​ເພື່ອ​ຄວາມ​ໝັ້ນຄົງ, ວັດທະນາຖາວອນ​ລວມ.

ຕອບກັບ

ຂ່າວ/ບົດ​ອື່ນ