ກອງປະຊຸມສຸດຍອດເສດຖະກິດອາຊີ-ເອີລົບຮຽກຮ້ອງການສ້າງຕັ້ງເສດຖະກິດທົ່ວໂລກໃຫມ່ມີຄວາມເປັນລະບຽບຮຽບຮ້ອຍ
ທ່ານປະທານຫ້ອງການການຄ້າ Istanbul, Ibrahim Caglar
(ພາບ: fortuneturkey.com)
(vovworld)- ກອງປະຊຸມສຸດຍອດເສດຖະກິດ ອາຊີ - ເອີລົບ ຄັ້ງທີ 20 ຖືກໄຂຂຶ້ນໃນວັນທີ 5/4 ຢູ່ ນະຄອນ Istanbul ປະເທດ ຕວກກີ ໂດຍຄຳຮຽກຮ້ອງສ້າງຕັ້ງເສດຖະກິດທົ່ວໂລກໃຫມ່ມີຄວາມເປັນລະບຽບຮຽບຮ້ອຍຕາມທິດຮັກສາບັນດາຫລັກການການຄ້າເສລີ ແລະ ວັດທະນາຖາວອນຂອງສ່ວນບຸກຄົນແຕ່ລະຄົນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານຫ້ອງການການຄ້າ Istanbul, Ibrahim Caglar ໄດ້ຮຽກຮ້ອງບັນດາປະເທດໃນພາກພື້ນລະດົມກຳລັງແຮງຈາກ ອາຊີ - ເອີລົບຫລາຍກວ່າ ແລະ ເພີ່ມຄວາມຂະຫຍັນຂັນເຄື່ອນຂອງພາກພື້ນ “ເພື່ອອະນາຄົດຂອງມະນຸດ”. ທີ່ກອງປະຊຸມ, ນັກປະຖະກະຖາຫລາຍທ່ານໄດ້ເນັ້ນຫນັກເຖິງຄວາມສຳຄັນຂອງບັນດາໂຄງການທີ່ມີຂອບຂະຫນາດຂ້າມຊາດເພື່ອແນໃສ່ປັບປຸງການຮ່ວມມືເສດຖະກິດພາກພື້ນ ແລະ ທົ່ວໂລກ.