ກອງປະຊຸມສັນຕິພາບ ໃຫ້ແກ່ລີບີຮຽກຮ້ອງ ໃຫ້ຄຳສັ່ງຢຸດຍິງ ໃນທົ່ວປະເທດ


ກອງປະຊຸມສັນຕິພາບ ໃຫ້ແກ່ລີບີຮຽກຮ້ອງ ໃຫ້ຄຳສັ່ງຢຸດຍິງ ໃນທົ່ວປະເທດ - ảnh 1

ສະພາບການ​ຢູ່​ລີ​ບີ

(ພາບ: AFP/TTXVN )

(vovworld) –​​​​ວັນ​ທີ 29/9, ບັນດາ​​ທ່ານ​ສະມາຊິກ​ລັດຖະສະພາ​ລີ​ບີ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສັນຕິພາບ ຊຶ່ງຈັດ​ຂຶ້ນ​ຢູ່​ເທດສະບານ​ເມືອງ Ghadamis ທາງ​ທິດຕາ​ເວັນ​ຕົກ​ລີ​ບີ ​ໂດຍ​ຄະນະ​ປະຕິບັດ​ງານ ສປຊ ປະຈຳ​ລີ​ບີ (UNSMIL) ​ເປັນ​ຄົນ​ກາງ ພ້ອມ​ກັນ​ຮຽກຮ້ອງ​​ໃຫ້​ມີ​ສັນຍາ​ຢຸດ​ຍິງ​ໃນ​ທົ່ວ​ປະ​ເທດ ລະຫວ່າງ​ບັນດາ​ກຸ່ມ​ປະກອບ​ອາວຸດ ​ແລະ ຈັດການ​ໂອ້​ລົມ​ສົນທະນາ​ເພື່ອ​ແນ​ໃສ່​ຢຸດຕິ​ສະພາບ​ການໃຊ້​ຄວາມ​ຮຸນ​ແຮງ​ທີ່​ພວມ​ມີ​ໄພ​ຍູ້​ປະ​ເທດ​ຜະລິດ​ນ້ຳມັນ​​ນີ້​ຕົກ​ເຂົ້າສູ່​ສະພາບ​ເສິກ​ກາງ​ເມືອງ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຕາງໜ້າ​ໃຫ້​ລັດຖະບານ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສາກົນ ທີ່​ມີ​ສຳນັກງານ​ຕັ້ງຢູ່​ເທດສະບານ​ເມືອງ​ແຄມ​ທະ​ເລ​ທາງ​ພາກ​ຕາ​ເວັນ​ອອກ Tobruck ມໍ່​ກັບ​ເຂດ​ຊາຍ​ແດນ​ຕິດ​ກັບ​ອີ​ຢີບ ​ແລະ ສະມາຊິກ​ລັດຖະສະພາ​ຝ່າຍ​ຄ້ານ 12 ທ່ານທີ່ຕາງໜ້າ​ໃຫ້​ນະຄອນ Misrata ສະໜັບສະໜູນ​ລັດຖະບານ​ໂດຍສະພາ ປຊຊ ທົ່ວ​ປະ​ເທດລີ​ບີ ສ້າງຕັ້ງຂຶ້ນ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ເປີດ​ສະໜາມ​ບິນ​ແຫ່ງ​ຕ່າງໆ​ຄືນ​ໃໝ່ ກໍ່​ຄື​ຮີບ​ເຮັ່ງ​ແກ້​ໄຂ​ບັນດາ​ຄວາມ​ຕ້ອງການ​ມະນຸດສະທຳ​ໂດຍ​ພາຍ​ໃຕ້​ການເປັນກາງ​ຂອງ ສປຊ./.

ຂ່າວ/ບົດ​ອື່ນ