ກອງປະຊຸມສື່ມວນຊົນ ສິລະປະທົ່ວປະເທດ ປີ 2013

ກອງປະຊຸມສື່ມວນຊົນ ສິລະປະທົ່ວປະເທດ ປີ 2013 - ảnh 1

(ພາບປະກອບ )

 (vovworld)- ຕອນ​​ເຊົ້າ​ວັນ​ທີ 11/9, ຢູ່​ນະຄອນດ່າ​ນັງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ແລະ ສະພາ​ທິດ​ສະ​ດີວິຈານ​ວັນນະຄະດີ-​ສິລະ​ປະ​ສູນ​ກາງ ​ໄດ້​ຈັດກອງ​ປະຊຸມ​ສື່ມວນ​ຊົນ​ສິລະ​ປະ​ທົ່ວ​ປະ​ເທດ​ປີ 2013.

  ​ໃນ​ໄລຍະ​ຈະ​ມາ​ເຖິງ, ສື່​ມວນ​ຊົນ​ວັນນະຄະດີ, ສິລະ​ປະ ສືບ​ຕໍ່​ຕິດ​ພັນ, ຍູ້​ແຮງ​ການ​ໂຄສະນາ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 11 ຂອງ​ພັກ; ​ໂຄສະນາ​ໝາກຜົນ​ສະຫລຸບ 15 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 5 ຊຸດ​ທີ 8 ກ່ຽວ​ກັບ “ການ​ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ກ້າວໜ້າ, ​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ“, ​ເລືອກ​ບັນດາ​ຮູບ​ການ​ທີ່​ເໝາະ​ສົມ​ເພື່ອ​ໂຄສະນາ, ຜ່ານ​ບັນດາ​ບົດ​ຂຽນ, ສື່​ມວນ​ຊົນ, ວັນນະ​ຄະດີ​ສິລະ​ປະ​ປະກອບສ່ວນ​ຕໍ່ສູ້​ຕ້ານ​ບັນດາ​ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ…ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ໂດ໋ກຸຍ​ຢວ໋ານ ຮອງ​ລັດຖະມົນຕີ ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ເນັ້ນໜັກ​ວ່າ:

   “ນີ້​ແມ່ນ​ວຽກ​ງານ​ຈຳ​ເປັນ, ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ຖັນ​ແຖວ​ນັກ​ຂ່າວ​ສິລະ​ປະພາ​ຍ​ໃນ​ປະ​ເພດ​ພົບ​ປະ, ​ແລກປ່ຽນ​ກັນ. ພິ​ເສດ​ແມ່ນ​ຊ່ວຍ​ໃຫ້​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ​ກຳນົດນະ​ໂຍາຍ,​ ກົດໝາຍ​ກໍ່​ຄື​ບາງ​ກົນ​ໄກ​ໃຫ້​ແກ່​ການ​ເຄື່ອ​ນໄຫວ​ສື່​ມວນ​ຊົນ, ​ໃນ​ນັ້ນມີ​ສື່​ມວນ​ຊົນ​ສິລະ​ປະ. ​ໃນ​ໂອກາດສະຫລຸບ 15 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 5 ຊຸດ​ທີ 8 ກ່ຽວ​ກັບ “ການ​ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ກ້າວໜ້າ, ​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ“ ນັັ້ນ, ​ແນ່ນອນ​ວ່າ, ສື່​ມວນ​ຊົນ​ສິລະ​ປະ​ຈະ​ແມ່ນ​ໜຶ່ງ​ໃນ​ບັນດາ​ຫົວໜ່ວຍ​ຕົ້ນຕໍ“.

 

ຂ່າວ/ບົດ​ອື່ນ