ກອງປະຊຸມສະມັດຊາໃຫຍ່ສປຊຮັບຮອງເອົາມະຕິກ່ຽວກັບຊີຣີ

ກອງປະຊຸມສະມັດຊາໃຫຍ່ສປຊຮັບຮອງເອົາມະຕິກ່ຽວກັບຊີຣີ - ảnh 1
ກອງປະຊຸມສະມັດຊາໃຫຍ່ ສປຊ
ພາບ: internet

(vovworld)-​ວັນ​ທີ 15/5, ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສປຊ ​ໄດ້​ຮັບຮອງ​ເອົາ​ມະຕິ​ໂດຍ Qatar ​ແລະ ປະ​ເທດ​ອາຣັບ ຈຳນວນ​ຫນຶ່ງ ສະ​ເຫ​ນີ, ​ໃນ​ນັ້ນ​ຮຽກຮ້ອງ​ປຸກລະດົມ​ວິວັດທະນາ​ການ​ມອບໂອນ​ການ​ເມືອງ​ຢູ່ ຊີຣີ. ທ່ານ​ເອກ​ອັກຄະ​ລັດຖະທູດ​ລັດ​ເຊຍ ປະຈຳ ສປຊ Vitaly Churkin ຖື​ວ່າ: ການ​ສະຫນັບສະຫນູນ​ມະຕິ​ດັ່ງກ່າວ​ຈະ​ສົ່ງ​ຜົນ​ສະທ້ອນ​ຢ່າງ​ແຮງ​ເຖິງ​ທຸກ​ຄວາ​ມມານະ​ພະຍາຍາມ​ເພື່ອ​ເຮັດໃຫ້​ບັນດາ​ຝ່າຍ​ປະ​ທະ​ກັນ​ຢູ່ ຊີຣີຕ້ອງດຳເນີນ​ການ​ເຈລະຈາ. ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ ຈຳນວນ​ຫນຶ່ງ ຮຽກຮ້ອງ​ປ່ຽນ​ແປງ​ເນື້ອ​ໃນ​ຂອງ​ມະຕິ​ເພື່ອ​ຫລຸດຜ່ອນ​ການ​ສະຫນັບສະຫນູນ​ສຳລັບ​ພັນທະ​ມິດ​ຊົນ​ຊາດ (SNC), ກຸ່ມ​ຝ່າຍ​ຄ້ານ​ຂອງ​ຊີຣີ, ​ແຕ່​ບໍ່​ໄດ້​ຮັບ​ຮູ້. ​ໃນ​ຂະນະ​ນັ້ນ ອາ​ເມ​ລິ​ກາ ສະຫນັບສະຫນູນ​ຢ່າງ​ແຂງ​ແຮງ ​ແລະ ​ແມ່ນ​ປະ​ເທດຮ່ວມ​ປົກ​ປ້ອງ​​ມະຕິ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ