ກອງປະຊຸມສະມັດຊາໃຫຍ່ສປຊຮັບຮອງເອົາມະຕິຄັດຄ້ານຄຳສັ່ງຂວ້ຳບາດຂອງອາເມລິກາສຳລັບກູບາ

ກອງປະຊຸມສະມັດຊາໃຫຍ່ສປຊຮັບຮອງເອົາມະຕິຄັດຄ້ານຄຳສັ່ງຂວ້ຳບາດຂອງອາເມລິກາສຳລັບກູບາ - ảnh 1
ກອງປະຊຸມສະມັດຊາໃຫຍ່ສປຊ
ພາບ:internet

(vovworld)- ຕອນ​ເຊົ້າ​ວັນ​ທີ 26/10,  ​ສະ​ມັດ​ຊາໃຫຍ່ ສ​ປ​ຊ ຊຸດ​ທີ 71 ໄດ້​ຈັດ​ກອງ​ປະ​ຊ​ຸມ​ຄົບ​ຄະ​ນະ ເພື່ອ​ຮັບ​ຮ​ອງ​ເອົາ​ມະ​ຕິ​ຄັດ​ຄ້ານ​ຄຳ​ສັ່ງ​ຂວ້ຳ​ບາດ​ຂອງ​ອາ​ເມ​ລິ​ກາ ສຳ​ລັບ ກູ​ບາ ດ້ວຍ​ອັດ​ຕາ​ສ່ວນບັດ​ເຫັນ​ດີ​ຢ່າງ​ຂາດ​ຂັ້ນແມ່ນ 191/193. ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອນ ເປັນ​ຄັ້ງ​ທຳ​ອິດ​ປ່ອນ​ບັດ​ຂາວ ແລະ ບໍ່​ມີ​ປະ​ເທດ​ໃດ​ປ່ອນ​ບັດ​ຄ້ານ. ນີ້​ແມ່ນ​ຄັ້ງ​ທີ25 ຢ່າງ​ລຽນ​ຕິ ​ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ສ່ວນ​ຫລາຍ​ສະ​ແດງ​ການ​ສະ​ຫນັບ​ສະ​ຫນູນ​ສຳ​ລັບ​ບົດ​ລາຍ​ງານ “ຄວາມ​ຈຳ​ເປັນ​ຕ້ອງ​ຢຸດ​ຕິ​ຄຳ​ສັ່ງ​ຂວ້ຳ​ບາ​ດດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ເງິນ ໂດຍ​ອາ​ເມ​ລິ​ກາ ຈັດ​ວາງ​ເພື່ອ​ຕ້ານ ກູ​ບາ, ໂດຍ​ລັດ​ຖະ​ບານ ກູ​ບາ ຍື່ນສະ​ເຫນີ​ໃນ​ແຕ່​ລະ​ປີ.

ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ, ທ່ານ​ນາງ ຫງວຽນ​ເຟືອງ​ງາ, ເອກ​ອັກ​ຄະ​ລັດ​ຖະ​ທູ ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ ຂອງ​ຫວຽດ​ນາມ​ປະ​ຈຳ ສ​ປ​ຊ ໄດ້​ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ຕີ​ລາ​ຄາ​ສູງ​ບົດ​ລາຍ​ງານ​ຂອງ ສ​ປ​ຊ ໃນ​ນັ້ນ ຊີ້​ແຈ້ງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ບັນ​ດາ​ປະ​ເທດ​ໃນ​ການ​ຢຸດ​ຕິ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ເສດ​ຖະ​ກິດຕ້ານ​ກູ​ບາ ແລະ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ອົງ​ການ ສ​ປ​ຊ ເພື່ອ​ຢຸດ​ຕິ​ຄຳ​ສັ່ງ​ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ