ກອງປະຊຸມສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດປຶກສາຫາລື5ຮ່າງກົດໝາຍສະເໜີຕໍ່ສະພາແຫ່ງຊາດ

ກອງປະຊຸມສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດປຶກສາຫາລື5ຮ່າງກົດໝາຍສະເໜີຕໍ່ສະພາແຫ່ງຊາດ - ảnh 1
ກອງ​ປະຊຸມ​ສະ​ໄໝ​ສະມັນ​ເທື່ອ​ທີ 9 ສະພາ​ແຫ່ງ​ຊາດ​ຊຸດ​ທີ 12
(ພາບ: XuanHai)

(vovworld) – ຕອນ​ເຊົ້າ​ວັນ​ທີ 24/8, ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄຂ​​ກອງ​ປະຊຸມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຄື່ອນ​ໄຫວ​ສະ​ເພາະ​ກິດ​ທີ່​ປຶກສາ​ຫາລື​ກ່ຽວກັບ 5 ຮ່າງ​ກົດໝາຍ​​ຍື່ນສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ, ຮັບ​ການ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄໝ​ສະມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 12. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ສະ​ໄໝ​ສະມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ແມ່ນ​ກອງ​ປະຊຸມ​ສະ​ໄໝ​ສະມັນທີ່ມີ​ຫລາຍເນື້ອ​ໃນ​ສຳຄັນ.

                ຄາດ​ຄະ​ເນ​ວ່າ: ສະພາ​ແຫ່ງ​ຊາດ​ຈະ​ຮັບຮອງ​ເອົາ 17 ຮ່າງ​ກົດໝາຍ, ​ໃຫ້​ຄວາມ​ເຫັນ​ຄັ້ງທຳ​ອິດ​ໃສ່ 10 ຮ່າງ​ກົດໝາຍ​ອື່ນໆ. ​ເພາະສະ​ນັ້ນ, ທີ່​ກອງ​ປະຊຸມ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ເລືອກ​​ເຟັ້ນ 5 ຮ່າງ​ກົດໝາຍວ່າ​ດ້ວຍ ​ເພື່ອ​ປຶກສາ​ຫາລື, ນັ້ນ​ແມ່ນ: ຮ່າງປະມວນ​ກົດໝາຍ​ແພ່ງ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ; ຮ່າງ​ປະມວນ​ກົດໝາຍ​ດຳ​ເນີນ​ຄະດີ​​ແພ່ງ (ສະບັບ​ປັບປຸງ); ຮ່າງ​ປະມວນກົດໝາຍອາຍາ (ສະບັບ​ປັບປຸງ) ​ແລະ ຮ່າງ​ປະມວນ​ກົດໝາຍ​ດຳ​ເນີນ​ຄະດີ​ອາຍາ(ສະບັບ​ປັບປຸງ). ​ໃນ​ຕອນ​ເຊົ້າ​ວັນ​ທີ 24/8, ບັນດາ​ສະມາຊິກ​ໃຫ້​ຄວາມ​ເຫັນ​​​ໃສ່ຮ່າງ​ປະມວນ​ກົດໝາຍ​ແພ່ງ (ສະບັບ​ປັບປຸງ). ກອງ​ປະຊຸມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຄື່ອນ​ໄຫວ​ສະ​ເພາະ​ກິດຈະ​ສິ້ນ​ສຸດ​ໃນ​ວັນ​ທີ 26/8.

ຂ່າວ/ບົດ​ອື່ນ