ກອງປະຊຸມສະຫຼຸບ 5 ປີແຫ່ງການສ້າງໂຄງປະກອບກະສີກຳຄືນໃໝ່

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ, ຫົວໜ້າຄະນະຊີ້ນຳລະຫວ່າງຂະແໜງກ່ຽວກັບການ ສ້າງໂຄງປະກອບກະສີກຳຄືນໃໝ່ ໄດ້ເປັນປະທານ ກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດແຜນການສ້າງໂຄງປະກອບກະສີກຳຄືນໃໝ່
ກອງປະຊຸມສະຫຼຸບ 5 ປີແຫ່ງການສ້າງໂຄງປະກອບກະສີກຳຄືນໃໝ່  - ảnh 1 ກອງປະຊຸມສະຫຼຸບ 5 ປີແຫ່ງການສ້າງໂຄງປະກອບກະສີກຳຄືນໃໝ່

ຕອນເຊົ້າວັນທີ 10 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ, ຫົວໜ້າຄະນະຊີ້ນຳລະຫວ່າງຂະແໜງກ່ຽວກັບການ ສ້າງໂຄງປະກອບກະສີກຳຄືນໃໝ່ ໄດ້ເປັນປະທານ ກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດແຜນການສ້າງໂຄງປະກອບກະສີກຳຄືນໃໝ່ .

     ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ໄດ້ກ່າວເຈາະຈີ້ມວ່າ ການສ້າງໂຄງປະກອບກະສີກຳຄືນໃໝ່ ປະກອບສ່ວນແກ້ໄຂບັນຫາກະສີກຳ, ຊາວກະສີກອນ, ຊົນນະບົດ ແມ່ນໜ້າທີ່ສຳຄັນທີ່ສຸດ. ນີ້ແມ່ນຂະບວນວິວັດຮຽກຮ້ອງໃຫ້ຕ້ອງມີໄລຍະເວລາ ແລະ ແຫຼ່ງກຳລັງ, ຄວນມີການຮ່ວມແຮງຮ່ວມໃຈຂອງບັນດາກະຊວງ, ຂະແໜງການ ແລະ ທັງລະບົບການເມືອງ, ເປັນຕົ້ນແມ່ນຄວາມເປັນເຈົ້າການ, ຕັ້ງໜ້າຂອງຊາວກະສີກອນ, ນັກທຸລະກິດ, ນັກວິທະຍາສາດແຕ່ລະຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ