ກອງປະຊຸມສະຫຼຸບວຽກ ງານສ່ວຍສາອາກອນ ປີ 2014


ກອງປະຊຸມສະຫຼຸບວຽກ ງານສ່ວຍສາອາກອນ ປີ 2014 - ảnh 1

(ພາບ: VGP/Thành Chung)

(vovworld) – ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບວຽກງານສ່ວຍສາອາກອນປີ 2014 ໃນຕອນເຊົ້າ ວັນທີ 26/12 ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ເນັ້ນໜັກວ່າ: ໃນສະພາບການພື້ນຖານເສດຖະກິດ ຂອງປະເທດຊາດພວມເຊື່ອມໂຍງເຂົ້າກັບ ພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງກວ້າງຂວາງ,  ບັນດາຄວາມ ຫຍຸ້ງຍາກສິ່ງທ້າທາຍ  ຈະສົ່ງຜົນກະທົບບໍ່ໜ້ອຍຕໍ່  ພື້ນຖານເສດຖະກິດຂອງປະເທດຊາດເວົ້າລວມ ແລະ ຂະແໜງ ສ່ວຍສາອາກອນ   ເວົ້າສະເພາະ. ດ້ວຍເຫດນັ້ນ, ກົມໃຫຍ່ສ່ວຍສາອາກອນຄວນຊາບຊຶມ, ຜັນຂະຫຍາຍບັນດາ ມາດຕະການ ເພື່ອສຳເລັດໜ້າທີ່ເກັບລາຍຮັບເຂົ້າງົບປະມານປີ 2015 :

    “ປີ 2015 ພວກຂ້າພະເຈົ້າເດັດດ່ຽວບໍ່ປະໃຫ້ຂາດຄວາມດຸ່ນດ່ຽງກ່ຽວກັບດ້ານການເງິນ, ສະເໜີກົມໃຫຍ່ສ່ວຍ ສາອາກອນ  ສືບຕໍ່ເພີ່ມທະວີການຄຸ້ມຄອງລາຍຮັບ ຕ້ານການສູນເສຍໃນການເກັບລາຍຮັບ ແລະ ເກັບໃຫ້ຖືກໃຫ້ຄົບ, ເພາະວ່າ: ບັນຫາດັ່ງກ່າວຈະສ້າງສະພາບແວດລ້ອມ  ໃນການດຳເນີນທຸລະກິດມີຄວາມສະເໝີພາບ. ວຽກງານການກວດກາຕ້ອງຍູ້ແຮງກວ່າອີກ ເພາະວ່າ ໃນສະພາບການຫັນປ່ຽນວິທີເກັບລາຍຮັບ, ສິ່ງນີ້ແມ່ນມີຄວາມໝາຍສຳຄັນທີ່ສຸດ”.


ຂ່າວ/ບົດ​ອື່ນ