ກອງປະຊຸມສະຫລຸບວຽກງານຂອງຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ

(VOVWORLD) - ປີ 2017 ແມ່ນປີດຳເນີນຫລາຍເຫດການພາຍໃນປະເທດ ແລະ ການພົວພັນຕ່າງປະເທດສຳຄັນ. 
ກອງປະຊຸມສະຫລຸບວຽກງານຂອງຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ - ảnh 1 ກອງປະຊຸມສະຫລຸບວຽກງານຂອງຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ (ພາບອິນເຕີແນັດ)

ດ້ວຍຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດສູນກາງ ແລະ ບັນດາຄະນະຊີ້ນຳທ້ອງຖິ່ນໄດ້ຜັນຂະຫຍາຍປະຕິບັດບັນດາໜ້າທີ່ຈຸດສຸມກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດໃນປີ 2017 ເປັນຢ່າງດີ. ພົ້ນເດັ່ນແມ່ນປີ APEC ຫວຽດນາມ 2017, ຈຸດສູງແມ່ນສັບປະດາຂັ້ນສູງ APEC ຢູ່ ດ່າໜັງ ດ້ວຍການເຂົ້າຮ່ວມຂອງການນຳບັນດາພື້ນຖານເສດຖະກິດໃຫຍ່ໃນໂລກ; ບັນດາການຢ້ຽມຢາມທາງລັດຖະກິດ ຫວຽດນາມຂອງປະມຸກລັດບັນດາປະເທດໃຫຍ່ຄື ອາເມລິກາ, ຈີນ; ປີສາມັກຄີມິດຕະພາບ ຫວຽດນາມ - ລາວ; ປີມິດຕະພາບ ຫວຽດນາມ - ກຳປູເຈຍ…

        ກ່າວຄຳເຫັນທີ່ກອງປະຊຸມສະຫລຸບວຽກງານປີ 2017 ແລະ ປຶກສາຫາລືທິດທາງ, ໜ້າທີ່ປີ 2018, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ສະເໜີວ່າ ໃນປີຈະມາເຖິງ, ບັນດາສະມາຊິກສືບຕໍ່ເສີມຂະຫຍາຍຄວາມເປັນເຈົ້າການ, ຕັ້ງໜ້າໃນການຊີ້ນຳ, ບໍລິຫານບັນດາການເຄື່ອນໄຫວຖະແຫຼງຂ່າວໃຫ້ຕ່າງປະເທດຢູ່ບັນດາອົງການສຳນັກງານ, ກົມກອງ, ສຸມໃສ່ເຂົ້າໃນບັນດາວິທີຖະແຫຼງຂ່າວໃຫ້ຕ່າງປະເທດວ່ອງໄວ, ທັນການ, ມີຫລາຍຮູບຫລາຍແບບກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ