ກອງປະຊຸມສະຫລຸບວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳປີ 2017

(VOVWORLD) - ກ່ອນອື່ນໝົດ ນັບແຕ່ນີ້ຈົນຮອດບຸນປີໃໝ່ປະຈຳຊາດ ແມ່ນສຸມໃສ່ຊີ້ນຳເພີ່ມທະວີກຳລັງ ພາຫະນະ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກຳລັງ ແລະ ອຳນາດການປົກຄອງທ້ອງຖິ່ນ
ກອງປະຊຸມສະຫລຸບວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳປີ 2017 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ເຂົ້າຮ່ວມກອງປະຊຸມສະຫລຸບວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳປີ 2017 (ພາບ: VGP)

ຕອນເຊົ້າວັນທີ 06 ທັນວາ, ທີ່ຮ່າໂນ້ຍ, ກອງບັນຊາການທະຫານປ້ອງກັນຊາຍແດນໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳປີ 2017. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຊີ້ແຈ້ງວ່າ:

        “ບັນດາກົມກອງໄດ້ດຳເນີນບັນດາມາດຕະການຢ່າງຄົບຊຸດ, ປະຕິບັດມາດຕະການສະກັດກັ້ນທາງສັງຄົມເປັນຕົ້ນຕໍ, ສົມທົບຢ່າງແໜ້ນແຟ້ນກັບມາດຕະການສະກັດກັ້ນດ້ານວິຊາການເປັນປາຍແຫຼມ. ເປັນເຈົ້າການກຳແໜ້ນ, ຄາດຄະເນສະພາບການໄວ້ຫລ່ວງໜ້າ. ກ່ອນອື່ນໝົດ ນັບແຕ່ນີ້ຈົນຮອດບຸນປີໃໝ່ປະຈຳຊາດ ແມ່ນສຸມໃສ່ຊີ້ນຳເພີ່ມທະວີກຳລັງ ພາຫະນະ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກຳລັງ ແລະ ອຳນາດການປົກຄອງທ້ອງຖິ່ນ ເພື່ອປະຕິບັດໄລຍະຈຸດສູງຕໍ່ສູ້ປ້ອງກັນຕ້ານອາດຊະຍາກຳ, ປ້ອງກັນຕ້ານຢາເສບຕິດ, ການຄ້າເຖື່ອນ, ສໍ້ໂກງການຄ້າຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ