ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13
ພາບ:internet
|
(vovworld)- ຕອນເຊົ້າວັນທີ 29/5, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງ ປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13 ໄດ້ປືກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ. ຮ່າງກົດໝາຍສະບັບນີ້ໄດ້ສຸມໃສ່ປັບປຸງບາງໝວດບັນຫາຄື: ເພີ່ມເຕີມນະໂຍບາຍບຸລິມະສິດອາກອນສຳລັບບາງຂົງເຂດ, ຂະແຫນງການ, ບໍລິເວນໃຫ້ບຸລິມະສິດ. ເມື່ອປະກອບຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ, ສະມາຊິກສະພາແຫ່ງຊາດຫລາຍທ່ານໄດ້ສະແດງຄວາມເຫັນດີເຫັນພ້ອມກ່ຽວກັບວິວັດການຫລຸດຜ່ອນອາກອນ ແຕ່ສະເຫນີຈັດວາງລະດັບອາກອນທົ່ວໄປແມ່ນ 20% ນັບແຕ່ວັນທີ 1/7/2014 ເປັນຕົ້ນມາ. ສິ່ງດັ່ງກ່າວຈະສ້າງເງື່ອນໄຂຊ່ວຍວິສາຫະກິດພາຍໃນປະເທດ ຜະລິດດຳເນີນທຸລະກິດກໍຄືສອດຄອ່ງກັບທ່າອ່ຽງໃນພາກພື້ນ. ທ່ານ ໂດວັນແຫວ ສສຊ ແຂວງ ທາຍບີ່ງ ຍົກຄຳເຫັນວ່າ:
“ປະຈຸບັນ ແລະ ຊຸມປີຈະມາເຖິງ, ວິສາຫະກິດຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແລະ ເມື່ອປະຕິບັດແຜນຮ່າງສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ວິສາຫະກິດພວມເຄື່ອນໄຫວຕ້ອງແກ້ໄຂຄວາມຫຍຸ້ງຍາກດ້ານການເງິນ. ສະນັ້ນ ເມື່ອຈັດວາງອັດຕາອາກອນລົງລະດັບ 20% ຈະເປັນການລະດົມກຳລັງໃຈວິສາຫະກິດກໍຄືເຮັດໃຫ້ປະຊາຊົນມີຄວາມອຸ່ນອຽງໃຈກວ່າ. ລັດພ້ອມກັບວິສາຫະກິດແບ່ງບັນຄວາມຫຍຸ້ງຍາກ, ສ້າງກຳລັງຫນູນ ແລະ ຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ວິສາຫະກິດ. ນອກນັ້ນ ວິສາຫະກິດຫວຽດນາມ ທັງແກ້ງແຍ້ງກັບວິສາຫະກິດມີເງິນລົງທຶນຂອງຕ່າງປະເທດ ທັງບື່ນຕົວເຊື່ອມໂຍງເຂົ້າກັບສາກົນ, ສະນັ້ນ ຂ້າພະເຈົ້າສະເຫນີ ຄວນຫລຸດຜ່ອນອາກອນລົງ ລະດັບ 20% ແລະ ໃນຊຸມປີຈະມາເຖິງສືບຕໍ່ຫລຸດລົງ 18% ໂດຍບໍ່ຈຳແນກຂອບຂະຫນາດວິສາຫະກິດ. ເຮັດຄືແນວນັ້ນ ພວກເຮົາຈຶ່ງຮັບປະກັນຄວາມສະເຫມີພາບໃນການແກ້ງແຍ້ງໄດ້.”
ຕອນບ່າຍວັນດຽວກັນ, ບັນດາ ສສຊ ໄດ້ສຸມໃສ່ຕີລາຄາບັນດາບັນຫາກ່ຽວກັບການເຜີຍແຜ່ການປ້ອງກັນຊາດປ້ອງກັນຄວາມສະຫງົບໃນໂຮງຮຽນ ແລະ ໃຫ້ທົ່ວປວງຊົນ. ທ່ານ ເລຮ່ຽນເວີນ ສສຊ ນະຄອນ ຮ່າໂນ້ຍ ຖືວ່າ: ການສຶກສາປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ແກ່ພົນລະເມືອງມີທີ່ຕັ້ງສຳຄັນໃນຍຸດທະສາດປ້ອງກັນຊາດປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ. ເລື່ອງກຳນົດການສຶກສາປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ໃນໂຮງຮຽນແມ່ນເໝາະສົມ. ສ່ວນ ທ່ານນາງໂງທິມີງ ສສຊ ແຂວງກວ໋າງນີງ ຖືວ່າ:
“ຂ້າພະເຈົ້າສະເຫນີ ການສຶກສາປ້ອງກັນຊາດປ້ອງກັນຄວາມສະຫງົບໃນໂຮງຮຽນ ຄວນປະຕິບັດຜ່ານບັນດາການເຄື່ອນໄຫວຂອງກອງເຍົາວະຊົນ ແລະ ຄະນະຊາວຫນຸ່ມ, ຜ່ານບັນດາວິຊາຮຽນໃນຫລັກສູດເພື່ອສ້າງຄວາມເຂົ້າໃຈໃນເບື້ອງຕົ້ນກ່ຽວກັບມູນເຊື້ອແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ແກ່ພວກນ້ອງນັກຮຽນ.”