ກອງປະຊຸມສະໄໝສາມັນເທື່ອທີ່ 2, ສະພາແຫ່ງຊາດຫວຽດນາມຊຸດທີ່ 13 ປະສົບຜົນສຳເລັດຢ່າງດີງາມ

ຕອນ​ເຊົ້າ​ວັນ​ທີ 26/11, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ່ 2, ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ​ໄດ້​ສິ້ນ​ສຸດ​ລົງ ​ແລະ ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ໂຄງການ​ສ້າງກົດໝາຍ, ລັດຖະບັນຍັດ ຂອງ​ສະພາ​ແຫ່ງ​ຊາດ​​ຊຸດ​ທີ 13. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຊີ້​ແຈງ​ວ່າ: ນີ້​ແມ່ນ​ກ​ອງປະຊຸມ​ດ້ວຍ​ຈິດ​ໃຈ​ປ່ຽນ​ໃໝ່ ​ແລະ ມີ​ບັນດາ​ເນື້ອ​ໃນ​ທີ່​ສຳຄັນ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້,  ສະພາ​ແຫ່ງ​ຊາດ​ໄດ້​ຕົກລົງ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ໄລຍະ 5 ປີ ຄື​ແຕ່ 2011 – 2015 ​ແລະ ປີ 2012, ​ແຜນງົບປະມານ​ແຫ່ງ​ລັດ, ການ​ຈັດ​​ແບ່ງງົບປະມານ​ສູນ​ກາງ ປີ 2012, ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ, ​ແຜນການ​ທຶນ​ຈາກ​ພັນທະບັດ​ລັດຖະບານ, ​ແຜນການ​ນຳ​ໃຊ້​ທີ່​ດິນ​ໄລຍະ 2011 – 2015, ການວາງ​ແຜນຜັງ​ນຳ​ໃຊ້​ທີ່​ດິນ ​ໄລຍະ 2011 – 2020 ​ແລະ ຂໍ້​ຕົກລົງ​ສຳຄັນອື່ນ​ອີກຈຳນວນ​ໜຶ່ງ.

        ກ່ຽວ​ກັບ​ບັນດາການ​ປ່ຽນ​ໃໝ່​ຂອງ​ກ​ອງປະຊຸມ​ຄັ້ງ​ນີ້, ທ່ານ​ປະ​ທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໃຫ້​ຮູ້​ວ່າ: ເພື່ອ​ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ, ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຜົນງານ, ບົດຮຽນ​ທີ່​ບັນລຸ​ໄດ້​ຂອງ​ສະພາ​ແຫ່ງ​ຊາດ​​ຊຸດ​ກ່ອນໆ, ທີ່​ກອງ​ປະຊຸມ​ນີ້, ສະພາ​ແຫ່ງ​ຊາດ​ໄດ້​ມີ​ບັນດາ​ການ​ດັດ​ແປງ, ປ່ຽນ​ໃໝ່ ​ໃນ​ການ​ກະກຽມດຳ​ເນີນ​ກອງ​ປະຊຸມ, ການ​ຊີ້​ນຳ​ບັນດາ​ວາລະ​ປະຊຸມ, ຮັບປະກັນ ​ເສີມ​ຂະຫຍາຍ​ພູມ​ປັນຍາ​ລວມໝູ່, ນ້ຳ​ໃຈ​ຮັບຜິດຊອບ​ຂອງ​ອົງການ​ສະ​ເໜີ, ອົງການ​ຕິດຕາມ​ກວດກາ ​ແລະ ຂອງ ສສຊ​ ແຕ່ລະຄົນ, ຍົກ​ສູງ​ຄຸນ​ນະພາ​ບການ​ກະກຽມ, ປຶກສາ​ຫາລື ​ແລະ ຕົກລົງ​ບັນດາ​ເນື້ອ​ໃນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ. ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ລະອຽດ​ກ່ວາ, ກຳນົດ​ບັນດາ​ໜ້າ​ທີ່, ມາດ​ຕະການ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການທີ່​ກ່ຽວຂ້ອງ​ໃນ​ການຈັດ​ຕັ້ງ​ປະຕິບັດ​ລະອຽດ​ກ່ວາ. ການ​ຊັກ​ຖາມ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ບັນຫາ​ຢູ່​ລະດັບ ມະຫາ​ພາກ, ​ແລກປ່ຽນ​ຕາມ​ໝວດ​ບັນຫາ, ສະ​ຫງວນ​ເວລາ​ທັງ​ໝົດ​ໃຫ້​ແກ່ການ​ຊັກຖາມ ​ແລະ ຕອບ​ຄຳຊັກ​ຖາມ​​ໂດຍ​ກົງ.​.​.​ ບັນດາ​ການ​ດັບ​ປັບ, ປ່ຽນ​ໃໝ່​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ແທດ​ຈິງ​ໃນ​ເບື້ອງ​ຕົ້ນ, ​ຊິ່ງ​ໄດ້​ຮັບ​ການເຫັນ​ດີ​ເຫັນ​ພ້ອ​ມ, ສະໜັບສະໜູນຈາກ ສສຊ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ ​.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ, ພາຍຫຼັງ​ກອງ​ປະຊຸມ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ລັດຖະບານ, ສານປະຊາຊົນ​ສູງ​ສຸດ, ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ບັນດາ​ຂະ​ແໜງ​ການ, ຂັ້ນຕ່າງໆ ຕ້ອງ​ກໍ່ສ້າງ​ໂຄງກາ​ນ, ​ແຜນການ​ຜັນ​ຂະຫຍາຍ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ບັນດາ ກົດໝາຍ, ມະຕິທີ່ ​ສະພາ​ແຫ່ງ​ຊາດຫາ​ກໍ່​​ຮັບຮອງ​ເອົາໂດຍ​ໄວ, ຍົງ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ ປະ​ຊາ​ຊົນ​ໃນ​ການ​ຄຸ້ມ​ຄອງ, ຊີ້ນ​ຳ, ບໍລິຫານ, ຍູ້​ໄວ​ວຽກ​ງານ​ແນວ​ຄິດ, ​ໂຄສະນາ​ເຜີຍ​ແຜ່ ​ເພື່ອເປັນ​ເອກະ​ພາບ​ໃນ​ການ​ຮັບ​ຮູ້, ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​​ລະບົບ​ການ​ເມືອງ, ສູ້​ຊົນ​ປະຕິບັດ​ໜ້າ​ທີ່ ປີ 2011 – 2012 ​ເປັນ​ຢ່າງ​ດີ, ສ້າງ​ທ່ວງທ່າ​​ເພື່ອ​ເຮັດ​​ສຳ​ເລັດ​​ແຜນການ​ພັດທະນາ ​ເສດຖະກິດ - ສັງຄົມ ​ໄລຍະ 5 ປີ ຄື​ແຕ່ 2011 – 2015 ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ