ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມຊຸດທີ 13 ສືບຕໍເຮັດວຽກ

ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມຊຸດທີ 13 ສືບຕໍເຮັດວຽກ - ảnh 1
( ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 13 )

(vovworld) – ​ໂດຍ​ສື​ບຕໍ່​ລາຍການ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ວັນ​ທີ 30/5, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ ຮ່າງ​ກົດໝາຍ 2 ສະບັບ. ຕອນ​ເຊົ້າວັນ​ທີ 30/5, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Tong Thi Phong, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ຫຼື ສສຊ) ​ໄດ​້ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ໂຄສະນາ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ໂຄສະນາ ​ໄດ​້​ເຕື້ອງ​ເຖິງ​ບັນດາ​ບັນຫາ​ຈຸດ​ສຸມ​ຄື: ອົງການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ໂຄສະນາ, ​ແກ້​ໄຂ​ການລະ​ເມີດ​ໃນ​ການ​ເຄື່ອນ​ໄຫ​ວ​ໂຄສະນາ, ສິດ, ພັນທະ​ຂອງ​ອົງການ, ສ່ວນບຸກຄົນ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໂຄສະນາ, ​ໂຄສະນາ​ຜ່ານ​ບັນດາ​ພາຫະນະ​ສື່​ມວນ​ຊົນ..​.​

ຄຳ​ຄິດ​ຄຳ​ເຫັນ​ສ່ວນ​ຫຼາຍ​ໄດ​້​ເຫັນ​ດີ ກັບ​ເລື່ອງ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ​ແມ່ນ​ອົງການ​ຄຸ້ມ​ຄອງ​​ລັດ​ກ່ຽວ​ກັບ​ການ​ໂຄສະນາ. ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ​ແມ່ນ​ອົງການຮັບຜິດຊອບ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ແລະ ບັນ​ດາ​ທ້ອງ​ຖີ່​ນ​ເພື່ອ​ຄຸ້ມ​ຄອງການ​ເຄື່ອນ​ໄຫວ​ໂຄສະນາ. ບັນດາ​ຄຳ​ຄິດ​ຄຳ​ເຫັນ​ກໍ​ຖື​ວ່າ: ​ໃນ​ອະນາຄົດ​ການ​ໂຄສະນາ​ທາງອີນ​ເຕີ​ເນັດຈະ​ພັດທະນາ​ນັບ​ມື້​ນັບ​ວ່ອງໄວ ​ແລະ ​ແຂງ​ແຮງ​ກ່ວາ​ເມື່ອ​ທຽບ​ໃສ່​ບັນດາ​​ໂຄສະນາ​ປະ​ເພດອື່ນໆ. ດັ່ງ​ນັ້ນ, ບັນດາ​ຂໍ້​ກຳນົດ​ຂອງກົດໝາຍ​ວ່າ​ດ້ວຍ​ການ​ໂຄສະນາຕ້ອງ​ໄປ​ກ່ອນບາດກ້າວ​ໜຶ່ງ ​ເພື່ອ​ຕອບ​ສະໜອງ​ການ​ພັດທະນາ​ຂອງ​ການ​ໂຄສະນາຜ່ານ​ທາງ ອີນ​ເຕີ​ເນັດ. ທ່ານ​ນາງ Nguyen Thi Hong Ha, ສສຊ ນະຄອນ ຮ່າ​ໂນ້ຍ ​ໃຫ້​ຄຳ​ເຫັນ​ວ່າ:

“ຂ້າພະ​ເຈົ້າ​ເຫັນ​ດີ​ກັບ​ເລື່ອງ​ມອບ​ສິດ​ໃຫ​້ ກະຊວງ​ວັດທະນະທຳ, ກິລາ ​ແລະ ການ​ທ່ອງ​ທ່ຽວ ​​ເປັນອົງການ​ຄຸ້ມ​ຄອງ​ລັດ ກ່ຽວ​ກັບ​ການ​ໂຄສະນາ ​ແລະ ບັນ​ຫາ​ໂຄ​ສະ​ນາ​ສິນຄ້າ​ພິ​ເສດ. ກ່ຽວ​ກັບ​ການ​ໂຄສະນາ​ໃນປ້າຍ, ​ໂພດ​ສະ​ເຕີ, ຜ່ານ​ໜ້າ​ຈໍ, ຂ້າພະ​ເຈົ້າ​ໄດ້​ເຫັນ​ດີ​ຕໍ່​ເລື່ອງ​ຮັກສາ​ຂໍ້​ກຳນົດ​ອອກໃບ​ອະນຸຍາດ​ກໍ່ສ້າງ​ກິດຈະກຳ​ໂຄສະນາ ​ເພື່ອ​​ແນ​ໃສ່​ຮັບປະກັນ​ທັດສະນີ​ຍະ​ພາບ​ຂອງ​​ເຂດຕົວ​ເມືອງ ​ແລະ ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ດັ່ງ​ນັ້ນ, ​ເລື່ອງ​ອອກໃບ​ອະ​ນາ​ຍາດ​ກໍ່ສ້າງ​ກິດຈະກຳ​ໂຄສະນາ​ໃນ ກົດໝາຍ ​ແມ່ນ​ຈຳ​ເປັນ​ທີ່​ສຸດ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ເຄື່ອນ​ໄຫວ​ໂຄສະນາ ​ແລະ ອົງການ​ຄຸ້ມ​ຄອງ​​ລັດ​ກ່ຽວ​ກັບ​ການ​ໂຄສະນາ.”

ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມຊຸດທີ 13 ສືບຕໍເຮັດວຽກ - ảnh 2

( ໃນ​ອະນາຄົດ​ການ​ໂຄສະນາ​ທາງອີນ​ເຕີ​ເນັດຈະ​ພັດທະນາ​ນັບ​ມື້​ນັບ​ວ່ອງໄວ  )


ແລະໃນຕອນ​ບ່າຍວັນດຽວກັນ ພາຍ​ໃຕ້​ການ​ເປ​ັນປະທານ​ຂອງ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Uong Chu Luu, ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການປັບ​ໄໝ​ການ​ກະທຳ​ຜິດ​ທາງ​ດ້ານບໍລິຫານ. ນີ້​ແມ່ນ​ຮ່າງ​ກົດໝາຍ​ມີ​ຂອບ​ຂະໜາດ​ໃຫຍ່, ປະກອບສ່ວນ​ຍົກ​ສູງ​ຜົນ​ສັກສິດ, ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ລັດ ກໍ​ຄື​ຍົກ​ສູງ​ສະຕິ​ການປະຕິບັດ​ກົດໝາຍ​ຂອງ​ພົນລະ​ເມືອງ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການປັບ​ໄໝ​ການ​ກະທຳ​ຜິດ​ທາງ​ດ້ານບໍລິຫານ​​ໄດ້​ສຸມ​ໃສ່​ບັນດາ​ບັນຫາ​ຄື: ປັບ​ໄໝ​ເງິນ​ຕໍ່​ຜູ້​ລະ​ເມີດ​ການ​ບໍລິຫານ, ​ເລື່ອງ​​ກັກ​ຂອງ​ກາງ, ພາຫະນະ, ​ໃບ​ອະນຸຍາດ,​ໃບ​ຢັ້ງຢືນ​ປະກອບອາຊີບ​ໄວ້ ຊົ່ວ​ຄາວ. ມີບາງ​ຄຳ​ເຫັນ​​ໄດ້ສະ​ເໜີວ່າ: ຕ້ອງ​ແຍກ​ຂົງ​ເຂດ​ຊັບ​ສິນ​ທາງ​ປັນຍາ ອອກ​ຈາກ​ກົດໝາຍ ​ເພາະວ່າ​ໄດ້​ມີ​ກົດໝາຍ​ວ່າ​ດ້ວຍ​ຊັບ​ສິນ​ທາງ​ປັນຍາຢູ່​ແລ້ວ. ມີ​ຫຼາຍ​ຄຳ​ເຫັນ​ຖື​ວ່າ: ​ເຖິງ​ວ່າ​ເລື່ອງ​ກັກພາຫະນະ, ຂອງ​ກາງ, ​ໃບ​ອະນຸຍາດ, ໃບ​ຢັ້ງຢືນ​ປະກອບ​​ອາຊີບ​ໄວ້ ຊົ່ວ​ຄາວ ບໍ່​ແມ່ນ​ມາດ​ຕະການ​​ແກ້​ໄຂ​ຕໍ່​ການ​ກະທຳ​ລະ​ເມີດ​ດ້ານບໍລິຫານກໍ​ຕາມ ​ແຕ່​ວ່າ​ນີ້​ແມ່ນ​ມາດ​ຕະການ​ມີ​ລັກສະ​ນະ​ຕັກ​​ເຕືອນ, ສຶກສາ​ອົບຮົມ​ສູງ​ກ່ວາ​ບັນດາ​ມາດ​ຕະການ​ປັບ​ໄໝ. ​ທ່ານ Than Duc Nam, ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ດ່າ​ນັງ ປະກອບ​ຄຳ​ເຫັນ​ວ່າ:

“ກ່ຽວ​ກັບ​ການ​ປັບ​ໄໝ​ເງິນ​ຕໍ່​ການລະ​ເມີດ​ບໍລິຫານ, ຂ້າພະ​ເຈົ້າ​ຖື​ວ່າ: ລະດັບ​ປັບ​ໄໝ​ສູງ​ສຸດ​ຕໍ່​ສ່ວນ​ບຸກຄົນ ​ແມ່ນ 1 ຕື້​ດົ່ງ, ສຳລັບ​ອົງ​ການຈັດ​ຕັ້ງ ​ແມ່ນ 2 ຕື້​ດົ່ງ ທີ່​ໄດ້​ກຳນົດ​ຄື​ຢູ່​​ໃນຮ່າງ​ກົດໝາຍ​ແມ່ນ​ສູງ​ໂພດ. ລະດັບ​ປັບ​​ໄໝ​ເງິນ​ສູງ​ບໍ່​ແມ່ນ​ມາດ​ຕະການທີ່​ມີ​ປະສິດທິ​ຜົນ, ຈຳກັດ​ການລະ​ເມີດ, ຫາກ​ຍັງ​ພາ​ໄປ​ເຖິງ​ການ​ເກີດ​ປະກົດ​ການຫຍໍ້​ທໍ້. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ຄວນຊັ່ງຊາ ​ເພີ່ມ​ການ​ປັບ​ໄໝ​ໃນ​ລະດັບ​ສູງ​ສຸດ​ໃນ​ແຕ່​ລະ​ຂົງ​ເຂດ​ໃຫ້​ເໝາ​ະສົມ, ທັງ​ຮັບປະກັນ​ລັກສະນະ​ຕັກ​ເຕືອນ, ສຶກສາ​ອົບ​ຮົບ, ທັງ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ເສດຖະກິດ - ສັງຄົມ, ລະດັບ​ລາຍ​ຮັບ​ສະ​ເລຍ​​ໃສ່​ຫົວ​ຄົນ​ຂອງ​ປະຊາຊົນ​​ໃນ​ປະຈຸ​ບັນ”

ຂ່າວ/ບົດ​ອື່ນ