ກອງປະຊຸມສາກົນກ່ຽວກັບການປະຕິຮູບເສດຖະກິດ ເພື່ອການ ເຕີບໂຕ



ກອງປະຊຸມສາກົນກ່ຽວກັບການປະຕິຮູບເສດຖະກິດ ເພື່ອການ ເຕີບໂຕ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ:cpv.org.vn

 (vovworld)- ວັນທີ 24/3, ຢູ່​ຮ່າ​ໂນ້ຍ, ​ໄດ້​ໄຂ​ກອງ​ປະຊຸມ​ສຳ​ມະ​ນາທີ່​ພາດ​ຫົວ​ຂໍ້ “ການ​ປະຕິ​ຮູບ​ເສດຖະກິດ​ເພື່ອ​ການ​ເຕີບ​ໂຕກວມ​ລວມ ​ແລະ ໝັ້ນຄົງ: ບົດຮຽນ​ສາກົນ ​ແລະ ບົດຮຽນ​ສຳລັບ​ຫວຽດນາມ“ ​ໂດຍ​ມີ​ການ​ເຂົາຮ່ວມ​ຂອງ​ບັນດາ​ຜູ້​ຊ່ຽວຊານ, ນັກຮຽນ​ຮູ້​ສາກົນ​ທີ່​ມີ​ອິດ​ທິພົນຊື່​ສຽງ. ດ້ວຍ​ຫົວ​ເລື່ອງ “ການ​ປະຕິ​ຮູບ​ເສດຖະກິດ​ເພື່ອ​ການ​ເຕີບ​ໂຕກວມ​ລວມ ​ແລະ ໝັ້ນຄົງ: ບົດຮຽນ​ສາກົນ ​ແລະ ບົດຮຽນ​ສຳລັບ​ຫວຽດນາມ“, ກອງ​ປະຊຸມ​ສຳມະ​ນາ​ຈັດ​ຂຶ້ນ​ໃນ​ເວລາ 2 ວັນລວມມີ 3 ວາລະ​ປຶກສາ​ຫາລື​ຕົ້ນຕໍ່​ຄື: ວາລະ​ປຶກ​ສາ​ຫາລື​ທີ 1 ມີ​ຫົວ​ເລື່ອງ: “ການ​ປະຕິ​ຮູບ​ເສດຖະກິດ​: ບັນ​ສິ່ງ​ທ້າ​ທາຍ​ຕໍ່​ການ​ເຕີບ​ໂຕກວມ​ລວມ“. ວາລະ​ປຶກ​ສາ​ຫາລື​ທີ 2 ມີ​ຫົວ​ເລື່ອງ: “ການ​ປະຕິ​ຮູບ​ເສດຖະກິດ ​ເພື່ອ​ການ​ເຕີບ​ໂຕກວມ​ລວມ ​ແລະ ໝັ້ນຄົງ“.ວາລະ​ປຶກ​ສາ​ຫາລື​ທີ 3 ມີ​ຫົວ​ເລື່ອງ: “ຂຸດ​ຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ​ຈາກ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ ​ແລະ ພາກ​ພື້ນ ມຸ້ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ກວມ​ລວມ ​ແລະ ໝັ້ນຄົງ“. ບັນດານັກຮຽນ​ຮູ້​ຈະ​ແລກປ່ຽນ ​ແລະ ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ນະ​​ໂຍບາຍ​ກ່ຽວຂ້ອງ​ເຖິງ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ​ຂອງ​ປະ​ເທດ​ຕ່າງໆ ​ແລະ ຫວຽດນາມ ລວມທັງ​ການ​ເຂົ້າຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ຄື: ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊິ​ຟິກ (TPP).
     ກ່າ​ວຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ ​ໄດ້​ເນັ້ນ​ຫນັກ​ເຖິງ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ​ຜ່ານ​ມາ​ໄດ້​ປະ​ໄວ້​ບັນດາ​ບົດຮຽນ​ອັນ​ເລິກ​ເຊິ່ງກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ຮູບ​ແບບ​ການ​ພັດທະນາ​ແບບ​ຍືນ​ຍົງ​ກວ່າ ​ແລະ ດຸນ​ດຽງ​ກວ່າ. ​ເລື່ອງ​ຊອກ​ທິດ​ໃຫມ່​ເພື່ອ​ກ້າວ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ແບບ​ຍືນ​ຍົງ, ມີ​ຄວາມ​ກົມກຽວ​ກ່ຽວ​ກັບ​ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ ບໍ່​ພຽງ​ແຕ່​ແມ່ນ​ຄຳ​ຮຽກຮ້ອງ​ທີ່​ຈຳ​ເປັນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ກຳລັງ​ຫນູນ​ສຳຄັນ​ຊຸກຍູ້​ວິວັດ​ການ​ຟື້ນ​ຕົວ​ເສດຖະກິດ​ໂລກ​ກໍ​ຄື​ຢູ່​ແຕ່ລະ​ປະ​ເທດ. ທ່ານ ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ ກໍ​ທົບ​ທວນຄືນ​ໝາກ​ຜົນ​ເສດຖະກິດ​ສັງຄົມ​ທີ່​ພົ້ນ​ເດັ່ນ​ຈຳນວນ​ຫນຶ່ງ ຊື່​ງຫວຽດນາມ ບັນລຸ​ໄດ້​ໃນ​ກິດຈະການ​ປ່ຽນ​ແປງ​ໃຫມ່, ຍົກ​ໃຫ້​ເຫັນ​ສິ່ງ​ທ້າ​ທາຍ​ໃຫຍ່​ທີ່​ວພວມ​ວາງ​ອອກ​. ທ່ານ ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ ​ເນັ້ນ​ຫນັກ​ວ່າ:

“ພາຍຫລັງ​ເກືອບ 30 ປີ​ແຫ່ງ​ການ​ດຳ​ເນີນ​ກິດຈະການ​ປ່ຽນ​ແປງ​ໃຫມ່, ຫວຽດນາມ ບ​​ັນລຸ​ໄດ້ຜົນ​ງານ​ອັນ​ໃຫຍ່​ຫລວງຫລາຍ​ຢ່າງ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ.  ຄຽງ​ຄູ່​ກັບ​ຈຸດໝາຍ​ເສດຖະກິດ, ຫວຽດນາມ​ຖື​ເປັນ​ພິ​ເສດ​ການ​ພັດທະນາ​ບັນດາ​ຂົງ​ເຂດ​ສັງຄົມ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປະຊາຊົນ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ຊົມ​ໃຊ້​ບັນດາ​ໝາກຜົນ​ຂອງ​ການ​ພັດທະນາ. ຕາມ​ບົດ​ລາຍ​ງານ​ພັດທະນາ​ມະນຸດ​ປີ 2013 ຂອງ UNDP, ຫວຽດນາມ ນອນ​ໃນຈຳນວນ 40 ປະ​ເທດ ພວມ​ພັດທະນາ​ບັນລຸ​ຄວາມ​ຄືບ​ຫນ້າ​ລື່ນ​ຄາດໝາຍ​ກ່ຽວ​ກັບ​ການ​ພັດທະນາ​ມະນຸດ ດ້ວຍ​ດັດຊະນີ​ການ​ພັດທະນາ​ມະນຸດ​ເພີ່ມ​ຂຶ້ນ​ຈາກ 41%​ໃນ​ສອງ​ທົດ​ສະ​ວັດ​ຜ່ານ​ມາ.”

 

ຂ່າວ/ບົດ​ອື່ນ