ກອງປະຊຸມສາກົນກ່ຽວກັບການພັດທະນາເບຕົງແບບຍືນຍົງ

ກອງປະຊຸມສາກົນກ່ຽວກັບການພັດທະນາເບຕົງແບບຍືນຍົງ - ảnh 1
ກອງ​ປະຊຸມ​ສາກົນ​ຄັ້ງ​ທີ 7 (AFC 2016)
(ພາບ: TTXVN)

(vovworld) - ວັນ​ທີ​ 30/10 ຢູ່ ຮ່າ​ໂນ້ຍ ສະມາຄົມ​ເບ​ຕົງ ຫວຽດນາມ ​ແລະ ສະຫະ​ພັນ​ເບ​ຕົງ ອາຊີ ( AFC )​ໄດ້ຈັດ​ຕັ້ງກອງ​ປະຊຸມ​ສາກົນ​ຄັ້ງ​ທີ 7 (AFC 2016) ດ້ວຍ​ຫົວ​ຂໍ້ “ການ​ພັດທະນາ​ເບ​ຕົງ​ໃຫ້​ແກ​່ປະຈຸ​ບັນ ​ແລະ ອະນາ​ຄົດ​ແບບ​ຍືນ​ຍົງ”. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ ຫງວຽນ​ກວາ​ງຮຸງ ຮອງລັດຖະມົນຕີກະຊວງ​ກໍ່ສ້າ​ງ ປະທານ​ສະມາຄົມ​ເບ​ຕົງ ຫວຽດນາມ ຕີ​ລາຄາ​ສູງ​ການຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ​ຄັ້ງ​ທີ 7 AFC – 2016, ດ້ວຍ​​ເປົ້າ​ໝາຍ​ແບ່ງປັນ​ບົດຮຽນ ​ແລະ ສືບ​ຕໍ່​ພັດທະນາ​ເບ​ຕົງ​ແບບ​ຍືນ​ຍົງ​ໃຫ້​ແກ່​ບັນດາ​ກິດຈະກຳກໍ່ສ້າງ​.

        ກອງ​ປະຊຸມ AFC – 2016 ​ແມ່ນ​ເວທີ​ປາ​ໄສສຳຄັນ ​ເພື່ອ​ໃຫ້​ບັນດາ​ນັກ​ວິຊາ​ສະ​ເພາະ, ຜູ້ຕາງໜ້າ​ບັນດາ​ອົງການ​ສຳນັກງານ​ລັດຖະບານ, ບັນດາ​ນັກ​ລົງທຶນ, ບັນດາ​ຜູ້​ຮັບ​ເໝົາ​ກໍ່ສ້າງ ​ແລະ ບັນດາ​ອົງການວິຊາ​ຊີບພ້ອມ​ກັນ​ແບ່ງ​ປັນ​    ໝາກຜົນ​ແຫ່ງ​ການ​ຄົ້ນຄວ້າ ​ແລະ ພັດທະນາ, ບັນດາ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີການ​ຜະລິດ ​ແລະ ການ​ໝູນ​ໃຊ້​ເບຕົງ​ຕາມ​ທິດ​ຍືນ​ຍົງ, ພ້ອມ​ກັບ​ບັນດາ​ນະ​ໂຍບາຍ, ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ.

ຂ່າວ/ບົດ​ອື່ນ