ກອງປະຊຸມສຳມະນາ ABU “ແມ່ຍິງກັບຄື້ນ“

ກອງປະຊຸມສຳມະນາ ABU “ແມ່ຍິງກັບຄື້ນ“ - ảnh 1

(ພາບ: radiovietnam.vn )

(vovworld)-​​​​ ​ ​ ກອງ​ປະຊຸ​ມສຳ​ມະ​ນາ ABU “​ແມ່​ຍິງ​ກັບ​ຄື້ນ“ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວທຳ​ອິດ​ໃນ​ຂອບ​ເຂດ​ສະ​ໄຫມ​ປະຊຸມ​ສະມັດຊາ​ໃຫ່ຍຄັ້ງທີ 50 ຂອງ​ສະຫະ​ສະມາຄົມ​ກະຈາຍສຽງ​ໂທລະພາບ​ອາຊີ-​ປາ​ຊີ​ຟິກ (ABU GA 50) ​ໂດຍ​ໂທລະພາບ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດຕັ້ງຂຶ້ນ ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າວັນ​ທີ 23/10. ດ້ວຍ​ຫົວ​ເລື່ອງ “ສື່ສານ-​ເຕັກ​ໂນ​ໂລ​ຊີ​ໃໝ່ ​ແລະ ມອບ​ສິດ​ໃຫ້​ແກ່​ແມ່ຍິງ, ຄົນ​ພິການ“, ກອງ​ປະຊຸ​ມສຳ​ມະ​ນາ​ໄດ້​ສະໜອງ​ເຄື່ອງມື​ສຳພັນ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ສື່ສານ​ໃຫ້​ແກ່​ຄົນ​ພິການ. ກ່າວ​ຄຳ​ເຫັນ​ທີ່ ກອງ​ປະຊຸ​ມສຳ​ມະ​ນາ, ທ່ານ Javad Mottaghi ​ເລຂານຸການ​ໃຫ່ຍ ສະຫະ​ສະມາຄົມ​ກະຈາຍສຽງ​ໂທລະພາບ​ອາຊີ-​ປາ​ຊີ​ຟິກ ​ເນັ້ນໜັກ​ວ່າ:

  “ສຳລັບສະຫະ​ສະມາຄົມ​ກະຈາຍສຽງ​ໂທລະພາບ​ອາຊີ-​ປາ​ຊີ​ຟິກ , ​ເລື່ອງ​ສ້າງ​ເງື່ອ​ນໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແມ່ຍິງ ​ແລະ ຄົນ​ພິການ​ເຂົ້າຮ່ວມ​ຂົງ​ເຂດ​ສື່ສານ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ໄດ້​ນຳ​ມາ​ເຊິ່ງຄວາມ​ຄືບໜ້າ​ລະອຽດ. ນັ້ນກໍ່​ແມ່ນ​ຍ້ອນ​ມີ​ການ​ຮ່ວມ​ມື​ຈາກ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ຄື:​ ບັນດາ​ອົງ​ການສື່​ມວນ​ຊົນ​ຂອງປະ​ເທດ​ສະມາຊິກ, ຢູ່​ຫວຽດນາມ ​ແມ່ນ VTV, VOV ​ແລະ ອົງການ​ສື່ມວນ​ຊົນ​ຕ່າງໆ“.

 

ຂ່າວ/ບົດ​ອື່ນ