ກອງປະຊຸມສຳມະນາ ປ່ຽນໃໝ່ພື້ນຖານການສຶກສາຫວຽດນາມ ຢ່າງຮອບດ້ານ

ກອງປະຊຸມສຳມະນາ ປ່ຽນໃໝ່ພື້ນຖານການສຶກສາຫວຽດນາມ ຢ່າງຮອບດ້ານ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 21/9, ຢູ່​ນະຄອນ Da Lat, ​ແຂວງ Lam Don​g, ຂອງຫວຽດນາມ, ​ກຳມາທິການ​ວັດ​ນະ​ນະ​ທຳ, ສຶກສາ, ຊາວ​ໜຸ່ມ​ເຍົາວະ​ຊົນ ​ແລະ ອະນຸຊົນ​​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາກ່ຽວ​ກັບ​ການ “ປ່ຽນ​ໃໝ່ພື້ນຖານ​ການ​ສຶກສາ​ຫວຽດນາມ ຢ່າງຮອບດ້ານ” ​ເພື່ອ​ແນ​ໃສ່​ປຶກ​ສາ​ຫາລື, ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ມາດ​ຕະການ​ປ່ຽນ​ໃໝ່​ພື້ນຖານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ຢ່າງຮອບດ້ານ, ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຫັນ​ປະ​ເທດ​ຊາດເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ​ໃນ​ບົດ​ປະກອບ​ຄວາມ​ເຫັນ 14 ບົດ ທີ່​ສະ​ເໜີ​ຢູ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຕີ​ລາຄາ​ສະພາບ​ຕົວ​ຈິງ​ຂອງ​ພື້ນຖານ​ການ​ສຶກສາ​ຫວຽດນາມ ​ໃນ​ປະຈຸ​ບັນ ກັບ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ​ແຕ່​ພ້ອມ​ກັນ​ນັ້ນ​ກໍ​​ເຫັນ​ໄດ້​ເງ​ຄວາມ​ຫຍຸ້ງຍາກ, ຂໍ້​ຈຳກັດ, ຂໍ້​ຂາດ​ຕົກ​ປົກ​ຜ່ອງ​ທີ່​ຍັງ​ຄົງ​ຄ້າງ, ​ເຫດຜົນ​ຂອງ​ບັນດາ​ຜົນງານ ​ແລະ ຂໍ້​ຈຳກັດ, ອ່ອນ​ດ້ອຍ, ຍົກ​ອອກ​ທິດ​ທາງ, ມາດ​ຕະການ​ແກ້​ໄຂ​ປ່ຽນ​ໃໝ່​ການ​ສຶກສາ​ຢ່າງຮອບດ້ານ. ບັນດາ​ຄຳ​ເຫັນ​ລ້ວນ​ແຕ່​ຖື​ວ່າ ​ເພື່ອ​ປ່ຽນ​ໃໝ່​ພື້ນຖານ​ການ​ສຶກສາ​ຫວຽດນາມ ຢ່າງຮອບດ້ານ ​ແມ່ນຕ້ອງເອົາ​​ໃຈ​ໃສ່​ເຖິງ​ຄຸນ​ນະພາ​ບການ​ສຶກສາ ​ແລະ ບຳລຸງ​ສ້າງ; ສະຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ພື້ນຖານ​ການ​ສຶກສາ​ຫວຽດນາມ ຕາມ​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ.

ຂ່າວ/ບົດ​ອື່ນ