ກອງປະຊຸມສຳມະນາ “ ສສຊ ກັບນະໂຍບາຍ, ກົດໝາຍວ່າດ້ວຍ ການປ້ອງກັນ ແລະ ຕ້ານວັນນະໂລກ ”

ກອງປະຊຸມສຳມະນາ “ ສສຊ ກັບນະໂຍບາຍ, ກົດໝາຍວ່າດ້ວຍ ການປ້ອງກັນ ແລະ ຕ້ານວັນນະໂລກ ” - ảnh 1
ປິ່ນປົວພະຍາດວັນນະ​ໂລກ
( ພາບປະກອບ )


( vovworld ) -   ຕອນ​ຄໍ່​າວັນ​ທີ 12/6, ກຳມາທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາດ້ວຍ​ຫົວ​ຂໍ້ວ່າ “ ສສຊ ກັບ​ນະ​​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ວັນນະ​ໂລກ ”. ​ເປົ້າ​ໝາຍ​ສັງລວມຂອງ​ການ​ປ້ອງ​ກັນ ​ແລະ ຕ້ານ​​ວັນນະ​ໂລກ ​ໄລຍະ 2011 - 2015 ​ແລະ ວິ​ໄສ​ທັດ​ຮອດ​ປີ 2030 ຊີ້​ແຈ້ງວ່າ; ​ຮອດ​ປີ 2015, ຫຼຸດ 50% ຈຳນວນ​ຄົນ​ພວມຕິດພະຍາດວັນນະ​ໂລກ ​ເມື່ອ​ທຽບ​ໃສ່​​ປີ 2000, ຮັກສາ​ອັດ​ຕາ​ປິ່ນປົວພະຍາດໃຫ້ຫາ​ຍດີຢູ່​​ໃນລະດັບ​ສູງ, ກ້າວ​ໄປ​ສູ່​ປອດ​​ວັນນະ​ໂລກ​ຢູ່​ຫວຽດນາມ.

   ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ອຳນວຍ​ການ​ໂຮງໝໍ​ປອດ​ສູນ​ກາງ Dinh Ngoc Sy ​ໄດ້​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ - ລັດຖະບານ​ລົງທຶນ​​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ວັນນະ​ໂລກຢ່າງ​ແຂງ​ແຮງ; ອະນຸຍາດ​ໃຫ້ຫັນ​ໂຄງການ​ຕ້ານ​ວັນນະ​ໂລກ​ໃຫ້​ເປັນ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ຫຼື ​ເປັນຍຸດ​ທະ​ສາດ​ປ້ອງ​ກັນ ​ແລະ ຕ້ານ​ວັນນະ​ໂລກແຫ່ງ​ຊາດ. ກະຊວງ​ແຜນການ ​ແລະ ການ​ລົງທຶນ ນຳ​ຄາ​ດໝາຍ​ຄວບ​ຄຸມພະຍາດ​​ວັນນະ​ໂລກ ​ເຂົ້າ​ໃນ​ຕົວ​ເລກ​ຄາດໝາຍການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຕ່ລະ​ທ້ອງ​ຖິ່ນ; ກະຊວງ​ການ​ເງິນ​ຮັບປະກັນ​ງົບປະມານ​ເພື່ອ​ຊື້​ຢາ​ປ້ອງ​ກັນ ​ແລະ ຕ້ານ​ວັນນະ​ໂລກ​ທຸກ​ປີ; ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ສື່ສານ ຈະ​ໜູນ​ຊ່ວຍ​ຈັດ​ຕັ້ງ​ການ​ໂຄສະນາ​ໃນ​ບັນດາ​ພາຫະ​ນະ​ສື່​ມວນ​ຊົນ​ຢ່າງ​ແຮງ…

ຂ່າວ/ບົດ​ອື່ນ