ກອງປະຊຸມສຳມະນາ ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກທຳມະຊາດໂລກອ່າວ ຮ້າລອງ

ກອງປະຊຸມສຳມະນາ ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກທຳມະຊາດໂລກອ່າວ ຮ້າລອງ - ảnh 1
(ອ່າວ ຮ້າ​ລອງ)

(vovworld) – ກອງ​ປະຊຸມ​ສຳ​ມະ​ນາ “ອະນຸ​ລັກ​ຮັກສາ, ​ເສີມ​ຂະຫຍາຍ​ຄຸນຄ່າ​​ມໍລະດົກ​ທຳ​ມະ​ຊາດໂລກ​ອ່າວ ຮ້າ​ລອງ ຢ່າງ​ໝັ້ນຄົງ” ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 01/11 ຢູ່​ນະຄອນ​ຮ້າ​ລອງ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ອ່າວ​ຮ້າ​ລອງ ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ແມ່ນມໍລະດົກທຳ​ມະ​ຊາດ​ໂລກ (17/12/1994 – 17/12/2014). ກອງ​ປະຊຸ​ມສຳ​ມະ​ນາ​ໄດ້​ສຸມ​ໃສ່​ແລກປ່ຽນບົດ​ຮຽນ, ຍົກ​ອອກ​ບັດ​ດາມາດ​ຕະການ​ແກ້​ໄຂ ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ອະນຸລັກ​ຮັກສາ, ເສີມ​ຂະຫຍາຍ​ຄຸນຄ່າ​​ມໍລະດົກ​ທຳ​ມະ​ຊາດໂລກຢູ່​ຫວຽດນາມ ​ເວົ້າ​ລວມ ​ແລະ ມໍລະດົກ​ທຳ​ມະ​ຊາດ​ໂລກ​ອ່າວ ຮ້າ​ລອງ​ ​ເວົ້າ​ສະ​​ເພາະ ​ເທື່ອ​ລະ​ກ້າວ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ ວູທິທູ​ທຸຍ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງນິງ ​ໃຫ້​ຮູ້​ວ່າ, ພາຍຫຼັງ 20 ປີ​ແຫ່ງ​ວັນ​ອ່າວ​ຮ້າ​ລອງ​ໄດ້​ຮັບ​ຮູ້​ແມ່ນ​ມໍລະດົກ​ທຳ​ມະ​ຊາດ​ໂລກ, ບັນດາ​ຍຸດ​ທະ​ສາດ, ​ໂຄງການ, ​ແຜນການ​ກ່ຽວ​ກັບການ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ຄຸນຄ່າ​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ. ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ອ່າວ​ຮ້າ​ລອງ ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ, ນຳ​ມາ​ເຊິ່ງບັນດາ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ​ໃນ​ການ​ພັດທະນາ​ຂະ​ແໜງ​ທ່ອງ​ທ່ຽວ, ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ທ້ອງ​ຖິ່ນ.
ຂ່າວ/ບົດ​ອື່ນ