ກອງປະຊຸມສຳມະນາ ອາຊຽນ ກ່ຽວກັບການຊຸກຍູ້ສົນທິສັນຍາ ຂອງສະຫະປະຊາຊາດກ່ຽວກັບສິດທິຄົນພິການ

ກອງປະຊຸມສຳມະນາ ອາຊຽນ ກ່ຽວກັບການຊຸກຍູ້ສົນທິສັນຍາ ຂອງສະຫະປະຊາຊາດກ່ຽວກັບສິດທິຄົນພິການ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ ອາ​ຊຽນ ກ່ຽວ​ກັບ​ການ​ຊຸກ​ຍູ້​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິການ

(vovworld) - ຕອນ​ເຊົ້າ​ວັນ​ທີ 29/8, ຢູ່ ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ​ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ສົມ​ທົບ​ກັບ​ສູນ​ພັດທະນາ​ຄົນ​ພິການ ອາ​ຊີ - ປາຊີ​ຟິກ (APCD) ​ແລະ ​ກອງ​ທຶນ​ອະນຸຊົນ​ສະຫະ​ປະຊາ​ຊາດ (UNICEF) ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ອາ​ຊຽນ ກ່ຽວ​ກັບ​ການ​ຊຸກ​ຍູ້​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ສິດ​ທິ​ຄົນ​ພິການ (CRPD) ມຸ່ງ​ໄປ​ເຖິງ​ການ​ເພີ່ມ​ທະວີ​ບົດບາດ ​ແລະ​ ການ​ເຂົ້າ​ຮ່ວມ​ຂອງ​ຄົນ​ພິການ​ໃນ​ປະຊາ​ຄົມ ອາ​ຊຽນ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ: ສົນທິສັນ​ຍາ​ວ່າ​ດ້ວຍ​ສິດ​ທິ​ຄົນ​ພິການ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ສາກົນ, ພາກ​ພື້ນ, ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ປະ​ເທດ​ສະມາຊິກ ອາ​ຊຽນ​ໃນ​ການ​ຊຸກຍູ້​ສົນທິສັນຍາ​ຂອງ​ຄົນ​ພິການ, ຜົນງານ, ສິ່ງ​ທ້າ​ທາຍ ​ແລະ ບັນດາ​ຂໍ້​ສະ​ເໜີ​ແນະ, ບົດຮຽນ​ຂອງ​ປະ​ເທດ​ຕ່າງໆ​ມຸ່ງ​ໄປ​ເຖິງ​ການ​​ໃຫ້​ສັດຕະຍາບັນ​ສົນທິສັນຍາ​ວ່າ​ດ້ວຍ​ຄົນ​ພິການ, ຖະ​ແຫຼ​ງການ​ຂອງ ຫວຽດນາມ ກ່ຽວ​ກັບ​ວິວັ​ດການ​ໃຫ້​ສັດຕະຍາບັນ​ສິດ​ທິ​ຄົນ​ພິການ, ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສູນ​ພັດທະນາ​ຄົນ​ພິການ ອາຊີ - ປາຊີ​ຟິກ ​ແລະ ກະຊວງ​ແຮງ​ງານ​ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ຫງວຽນ​ຈ້ອງ​ດາມ ຊີ້​ແຈງ​ວ່າ: ປະຈຸ​ບັນ, ຫວຽດນາມ ມີ​ຄົນ​ພິການ​ປະມານ 6,7 ລ້ານ​ຄົນ, ກວມ 7,8% ຈຳນວນ​ປະຊາກອນ. ຫວຽດນາມ ​ໄດ້ ​ແລະ ພວມ​ປະຕິບັດ​ການ​ເຄື່ອນ​ໄຫວ​​ຕ່າງໆຢ່າງຕັ້ງໜ້າ ​ເພື່​ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ຄົນ​ພິການ ​ແລະ ປະຕິບັດ​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ຫວັດ​ໃຫ້​ແກ່​ຄົນ​ພິການ, ສ້າງ​ວິວັດ​ການ​ເຂົ້າ​ຮ່ວມ​ສົນທິສັນ​ຍາ​ກ່ຽວ​ກັບ​ສິດ​ທິ​ຄົນ​ພິການ.

 

ຂ່າວ/ບົດ​ອື່ນ