ກອງປະຊຸມສຳມະນາ ແນະນຳຄວາມສາມາດ ບົ່ມຊ້ອນການລົງທຶນເຂົ້າ ຫວຽດນາມ ຈັດຂຶ້ນຢູ່ ຝລັ່ງ

ກອງປະຊຸມສຳມະນາ ແນະນຳຄວາມສາມາດ ບົ່ມຊ້ອນການລົງທຶນເຂົ້າ ຫວຽດນາມ ຈັດຂຶ້ນຢູ່ ຝລັ່ງ - ảnh 1
ພາບປະກອບ:internet

(vovworld) - ວັນ​ທີ 15/1, ຫ້ອງການ​ການ​ຄ້າ ອຸດສາຫະກຳ ປາຣີ ຢູ່​ຝລັ່ງ ​ໄດ້​ສົມທົບ​ກັບ​ອົງການ​ພັດທະນາ​​ແລກປ່ຽນ​ການ​ຄ້າ ສາກົນ ພ້ອມ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຝລັ່ງ ປະ​ຈຳ ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມື​ຫົວ​ຂໍ້ວ່າ “ ຫວຽດນາມ - ​ມັງກອນ​ໂຕ​ໃຫມ່​ຂອງ ອາ​ຊຽນ”. ນີ້​ແມ່ນ​ກອງ​ປະຊຸມ​ສຳ​ມະ​ນາ​ເປີດ​ສາກ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ລະນຶກ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ລະຫວ່າງ ຫວຽດນາມ ​ແລະ ຝລັ່ງ ​ໃນ​ປີ 2013. ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ເວົ້າ​ເຖິງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ ຫວຽດນາມ ກໍ​ຄື​ສາຍ​ພົວພັນ ​ແລະ ຄວາມ​ລໍຄອຍ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ ຝລັ່ງ ສຳລັບ​ຕະຫລາດ​ນີ້. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ​ເອກ​ອັກຄະ​ລັດຖະທູດ ​ເຢືອງຈີ​ຢູ໋ງ ​ໃຫ້​ຮູ້​ວ່າ: ການ​ພົວພັນ​ດ້ານ​​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ລະຫວ່າງ ຫວຽດນາມ ​ແລະ ຝລັ່ງ ມີ​ທ່າ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ໃຫມ່​. ມູນ​ຄ່າ​ແລກປ່ຽນ​ການ​ຄ້າ​ສອງ​ສົ້ນ ລະຫວ່າງ​ສອງ​ປະ​ເທດ​​ເພີ່ມ​ຂຶ້ນ 13% ​ເມື່ອ​ທຽບ​ໃສ່​ປີ 2011, ບັນລຸ​ກວ່າ 3,3 ຕື້ USD. ຝລັ່ງ ​ແມ່ນ​ນັກ​ລົງທຶນ​ຢືນ​ອັນ​ດັບ​ສອງ ຂອງເອີ​ລົບ ຢູ່ ຫວຽດນາມ,  ດ້ວຍ 340 ​ໂຄງການ ​ແລະ ຍອດ​ເງິນ​ລົງທຶນ​ຈົດ​ທະບຽນ​ແມ່ນ 3 ຕື້ USD.
ຂ່າວ/ບົດ​ອື່ນ