ກອງປະຊຸມສຳມະນາກ່ຽວກັບສົງຄາມຢູ່ຫວຽດນາມ

ກອງປະຊຸມສຳມະນາກ່ຽວກັບສົງຄາມຢູ່ຫວຽດນາມ - ảnh 1
ທ່ານ John Kerry, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າ​ງ​ປະ​ເທດ ອາ​ເມ​ລິ​ກາ
ພາບ:TTXVN

(vovworld)-  ສົງ​ຄາມ​ຢູ່​ຫວຽດ​ນາມ​ສະ​ແດງ​ໃຫ້​ເຫັນ​ບົດ​ຮຽນ​ກ່ຽວ​ກັບ​ການ​ປິດ​ອະ​ດີດ​ຕະ​ການ​ເພື່ອ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ. ນັ້ນ​ແມ່ນ​ຄຳ​ປາ​ໄສ​ຂອງ​ທ່ານ John Kerry, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າ​ງ​ປະ​ເທດ ອາ​ເມ​ລິ​ກາ ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ກ່ຽວ​ກັບ​ສົງ​ຄາມ ຫວຽດ​ນາມ ດ້ວຍ​ຫົວ​ຂໍ້​ວ່າ: “VietNam War Summit” ຊື່ງ​ດຳ​ເນີນ​ໄປ​ຢູ່ ລັດ Texas ສະ​ຫະ​ລັດ ອາ​ເມ​ລິ​ກາ ໃນ​ວັນ​ທີ 28/4. ຕາມ​ທ່ານ John Kerry ແລ້ວ, ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ໄດ້​ຜ່​ານ​ຜ່າ​ສິ່ງ​ກີດ​ຂວາງ​ຫລາຍ​ຢ່າງ​ເພື່ອ​ກ້າວ​ໄປ​ເຖິງ​ການ​ໄກ່​ເກ່ຍ ແລະ ຫນຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຈຳ​ເປັນ​ນັ້ນ​ແມ່ນ ເຈດ​ຕະ​ນາ​ດີ ແລະ ການ​ຮ່ວມ​ມື​ຢ່າງຈິງ​ໃຈຂອງ​ຫວຽດ​ນາມ​ໃນ​ການ​ຊອກ​ຫາ​ທະ​ຫານ​ອາ​ເມ​ລິ​ກາ​ຖືກ​ຫາຍ​ສາບ​ສູນ​ໃນ​ສົງ​ຄາມ.

        “ນີ້​ແມ່ນ​ເລື່ອງ​ລາວ​ພິ​ເສດ​ກ່ຽວ​ກັບ​ຄວາມ​ເປີດ​ອົກ​ເປີດ​ໃຈ​ຢ່າງ​ພິ​ລຶກຂອງ​ຫວຽດ​ນາມ. ເຂົາ​ເຈົ້າ​ໄດ້​ຊ່ວຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຊອ​ກ​ຫາ​ອັດ​ຖິ​ທະ​ຫານ​ອ​າ​ເມ​ລິ​ກາ ເຖິງວ່າ ອັດ​ຖິ​ຂອງ​ທະ​ຫານ​ຫວຽດ​ນາມ​ນັບ​ລ້ານໆ​ຄົນ​ມາ​ຮອດ​ປະ​ຈ​ຸ​ບັນ​ຍັງ​ບໍ່​ທັນ​ຊອກ​ໄດ້. ເຂົາ​ເຈົ້າ​ເຮັດ​ຄື​ດັ່ງ​ກ່າວ​ກໍ​ແມ່ນ​ວ່າ ຢາກ​ປິດ​ອະ​ດີດ​ຕະ​ການ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ.”

        ຕາມ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ແລ້ວ, ພາຍ​ຫລັງ 20 ປີ​ທີ່​ການ​ພົວ​ພັນ​ລະ​ຫວ່າງສອງ​ປະ​ເທດ​ ເປັນ​ປົກ​ກະ​ຕິ,  ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ໄດ້​ມີກ​ານ​ປ່ຽນ​ແປງ​ຢ່າງວ່ອງ​ໄວ​ຕາມ​ທິດ​ຕັ້ງ​ຫນ້າ. ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ຍັງ​ຄົງ​ມີ​ບາງ​ບັນ​ຫາບໍ່​ລົງ​ລອຍ​ກັນ ແຕ່​ສິ່ງ​ສຳ​ຄັນ​ນັ້ນ​ແມ່ນ​ສອງ​ຝ່າຍ ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫານີ້​ຢ່າງ​ກົງ​ໄປ​ກົງ​ມາ, ເປັນ​ປະ​ຈຳ ແລະ ມີ​ປະ​ສິດ​ທິ​ຜົນ.

        ກອງ​ປະ​ຊຸມ​ສຳ​ມະ​ນາ​ດັ່ງ​ກ່າວ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 1000 ຄົນລວມ​ມີ ທະ​ຫານ​ຜ່ານ​ເສິກ, ບັນ​ດາ​ນັກ​ການ​ເມືອງ,ນັກ​ຂ່າວ​ທີ່​ເຄີຍ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່​ຫວຽດ​ນາມ ກໍ​ຄື​ບັນ​ດາ​ນັກ​ຮຽນ​ຮູ້, ນັກ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ສົງ​ຄາມ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ