ກອງປະຊຸມສຳມະນາວິທະຍາສາດກ່ຽວກັບທະເລຕາເວັນອອກຢູ່ສເກົາຫລີ

ກອງປະຊຸມສຳມະນາວິທະຍາສາດກ່ຽວກັບທະເລຕາເວັນອອກຢູ່ສເກົາຫລີ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ
ພາບ:TTXVN

(vovworld)-​​ ວັນ​ທີ14/11, ທີ່​ນະ​ຄອນ Busan ພາກ​ໃຕ້ ສ​ເກົາ​ຫລີ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ ພາຍ​ໃຕ້​ຫົວ​ເລື່ອງວ່າ: “ທິດ​ທາງ​ແກ້​ໄຂ​ໂດຍ​ສັນ​ຕິ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້ງ​ເຂດ​ນ່ານ​ນ້ຳ​ຢູ່​ທະ​ເລ​ຕາ​ເວັນ​ອອກ”. ນີ້​ແມ່ນກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ທີ 4 ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ໂດຍ ມະ​ຫາ​ວິ​ທະ​ຍາ​ໄລ​ຍ Yougsan (ສ​ເກົາ​ຫລີ) ສົມ​ທົບ​ກັບ​ສະ​ມາ​ຄົມ​ຊາວ ສ​ເກົາ​ຫລີ ຮັກ​ແພງຫວຽດ​ນາມ ຈັດ​ຂຶ້ນ.  ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ບົດ​ລາຍ​ງານ ແລະ ບົດ​ໄຈ້​ແຍກ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ໄດ້​ສຸມ​ໃສ່​ເຮັດ​ແຈ້ງ 3 ຫົວ​ເລື່ອງ​ຕົ້ນ​ຕໍ ນັ້ນ​ແມ່ນ: ບັນ​ດາ​ບັນ​ຫາ​ມີ​ລັກ​ສະ​ນະ​ດ້ານ​ກົດ​ໝາຍ​ສາ​ກົນ​ທີ່​ກ່ຽວ​ຂ້ອງ​ເຖິ​ງ​ຄຳ​ຮຽກ​ສິດ “ເສັ້ນ​ລິ້ນ​ງົວ”ຂອ​ງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ, ຫລັກ​ໝັ້ນ ແລະ ທັດ​ສະ​ນະ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ຄຳ​ຮຽກ​ສິດ “ ເສັ້ນ​ລິ້ນ​ງົວ”ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ, ບັນ​ດາ​ບັນ​ຫາ​ມີ​ລັກ​ສະ​ນະ​ດ້ານ​ກົດ​ໝາຍ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ທ​ະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລ​ຍະ​ມໍ່ໆ​ມານີ້ ແລະ ລະ​ບົບ​ກົດ​ໝາຍ​ທະ​ເລ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ.

ທີ່​ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ສຳ​ພັດ​ກັບ​ບັນ​ດາ​ເອ​ກະ​ສານ, ຫນັງ​ສື​ພິມກ່ຽວ​ກັບ​ຫລັດ​ຖານ​ດ້ານ​ກົດ​ໝາຍ, ປະ​ຫວັດ​ສາດ ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ​ຢູ່ ທ​ະ​ເລ​ຕາ​ເວັນ​ອອກ, ລັກ​ສະ​ນະ​ໄຮ້​ເຫດ​ຜົນ​ຂອງ​ຄຳ​ຮຽກ​ສິດ “ເສັ້ນ​ລິ້ນ​ງົວ”ຂອງ​ຈີນ​ຂອງ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ, ນັກ​ຮຽນ​ຮູ້​ສາ​ກົນ​ທີ່​ໄດ້​ລົງ​ພິມ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ຫາງ​ສຽງ. ຜ່ານກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ບັນ​ດາ​ນັກ​ຄົ້ນ​ຄ້​ວາ, ນັກ​ຮຽນ​ຮູ້​ ສ​ເກົາ​ຫລີ ລ້ວນ​ແຕ່​ຮັບ​ຮູ້​ວ່າ ເລື່ອງ​ຈີນ​ສົ່ງ​ຈົດ​ໝາຍ​ການ​ທູດ​ເຖິງ ສ​ປ​ຊ ແລະ ຄຳ​ຮຽກ​ສິດ “ເສັ້ນ​ລິ້ນ​ງົວ” ຫລື​ເອີ້ນ​ວ່າ​ເສັ້ນ 9 ຕອນ ຂອງ​ປັກ​ກີງ ແມ່ນ​ການ​ກະ​ທຳ​ພຽງ​ຝ່າຍ​ດຽວ, ບໍ່​ມີ​ພື້ນ​ຖານ​ດ້ານ​ກົດ​ໝາຍ, ປະ​ຫວັດ​ສາດ ແລະ ພຶດ​ຕິ​ກຳ. ພິ​ເສດ ການ​ກະ​ທຳ​ນີ້​ໄດ້​ລະ​ເມີດ​ກົດ​ໝາຍ​ສາ​ກົນ, ລະ​ເມີດ​ຂໍ້​ກຳ​ນົດ​ຂອງ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982. ນີ້​ແມ່ນ​ສາຍ​ເຫດກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ນາບ​ຂູ່​ເຖິງ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ​ກໍ​ຄື​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ