ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບການພົວພັນສາກົນໃນພາກພື້ນ ອິນເດຍ - ປາຊີຟິກ

(VOVWORLD) - ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບການພົວພັນສາກົນໃນພາກພື້ນ ອິນເດຍ - ປາຊີຟິກ ເສລີພາບ ແລະ ເປີດກ້ວາງ ໄດ້ດຳເນີນໃນຕອນເຊົ້າວັນທີ 26 ກໍລະກົດ ຢູ່ ຮ່າໂນ້ຍ. ກອງປະຊຸມສຳມະນາ ໂດຍມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງບັນດານັກຄົ້ນຄວ້າ, ສາດສະດາຈານ, ນັກຮຽນຮູ້ ຫວຽດນາມ ແລະ ສາກົນ.
ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບການພົວພັນສາກົນໃນພາກພື້ນ ອິນເດຍ - ປາຊີຟິກ - ảnh 1 ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບການພົວພັນສາກົນໃນພາກພື້ນ ອິນເດຍ - ປາຊີຟິກ

        ກອງປະຊຸມສຳມະນາອີກເທື່ອໜຶ່ງໄດ້ສຸມໃສ່ເຮັດແຈ້ງນິຍາມພາກພື້ນ “ອິນເດຍ - ປາຊີຟິກ”, ແມ່ນນິຍາມໃໝ່ ເຊິ່ງທ່ານປະທານາທິບໍດີ ອາເມລິກາ Donald Trump ຍົກອອກມາທີ່ກອງປະຊຸມສຸດຍອດເວທີປາໄສຮ່ວມມື ອາຊີ - ປາຊີຟິກ (APEC) ປີ 2017 ຢູ່ ດ່າໜັງ, ຫວຽດນາມ. ແບ່ງປັນທັດສະນະຢູ່ນອກກອງປະຊຸມສຳມະນາ, ທ່ານສາດສະດາຈານ, ປະລິນຍາເອກ ຟ້າມກວາງມິງ, ຜູ້ອຳນວຍການມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດຖືວ່າ:

        “ຫົວຂໍ້ຂອງກອງປະຊຸມສຳມະນາໃນມື້ນີ້ ແມ່ນພາກພື້ນ ອິນເດຍ - ປາຊີຟິກ ເສລີພາບ ແລະ ເປີດກ້ວາງນັ້ນ ມັນໄດ້ກວມເອົາບັນດາເນື້ອໃນຄື. ທີໜຶ່ງແມ່ນຮັບປະກັນໃຫ້ແກ່ພາກພື້ນນີ້ມີຄວາມເສລີພາບ ພິເສດແມ່ນຄວາມເສລີໃນການເດີນທະເລ. ທີສອງແມ່ນພາກພື້ນຕ້ອງອີງໃສ່ການເຄົາລົບກົດໝາຍ, ພິເສດແມ່ນສົນທິສັນຍາກົດໝາຍວ່າດ້ວຍທະເລຂອງສະຫະປະຊາດປີ 1982. ທີສາມແມ່ນຮັບປະກັນຄວາມວັດທະນາຖາວອນຂອງພາກພື້ນ ໃນນັ້ນ ລວມມີທັງທະເລຕາເວັນອອກ. ສິ່ງນັ້ນ ຮຽກຮ້ອງໃຫ້ບັນດາປະເທດໃນພາກພື້ນທັງໝົດ ຕ້ອງເຄົາລົບບັນດາຫຼັກການຄືຄວາມເສລີໃນການເດີນທະເລ, ເຄົາລົບກົດໝາຍສາກົນ ແລະ ບັນດາມາດຕະຖານສາກົນ. ສະນັ້ນ, ຂ້າພະເຈົ້າຖືວ່າ ກອງປະຊຸມສຳມະນານີ້ ໄດ້ເຕື້ອງເຖິງບັນດາການກະທຳທີ່ກໍ່ການທະເລາະວິວາດກັນ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກເຄັ່ງຕຶງ ແລະ ສັບສົນ.

        ທີ່ກອງປະຊຸມສຳມະນານີ້, ບັນດາຜູ້ແທນກໍ່ສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປສັບສົນຢູ່ທະເລຕາເວັນອອກໃນປະຈຸບັນ, ກ່າວປະນາມບັນດາການກະທຳທີ່ກໍ່ສະພາບຄວາມເຄັ່ງຕຶງຂອງ ຈີນ ຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ