ກອງປະຊຸມສຳມະນາສຶກສາຫວຽດນາມຢູ່ອົດສຕາລີ

ກອງປະຊຸມສຳມະນາສຶກສາຫວຽດນາມຢູ່ອົດສຕາລີ - ảnh 1
ກອງປະຊຸມສຳມະນາສຶກສາຫວຽດນາມຢູ່ອົດສຕາລີ
(ພາບ: vietnamplus)


(vovworld) – ສະຖານກົງ​ສູງ​ຫວຽດນາມ ຢູ່ Perth, ລັດ​ອົດສຕາ​ລີ ຕາ​ເວັນ​ຕົກ, ​ໄດ້​ສົມທົບ​ກັບ​ມະຫາວິທະຍາ​​ໄລ Edith Cowan (ECU) ຫາ​ກໍ​ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ລະບົບ​ສຶກສາ​ຫວຽດນາມ, ພ້ອມ​ທັງ​ສະ​ແດງ​ຄວາມ​ຮູ້​ບຸນຄຸ​ນຕໍ່ຄູ​ອາຈານ​ຢູ່​ບັນດາ​ມະຫາ​ວິທະຍາ​ໄລ​ທີ່​ມີ​ນັກ​ສຶກສາ​ຫວຽດນາມ ພວມ​ຮໍ່າຮຽນ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ເນື່ອ​ງໃນ​ໂອກາດ​ວັນ​ຄູ​ຫວຽດນາມ (20/11). ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸ​ມສຳ​ມະ​ນາ, ທ່ານ​ຫົວໜ້າ​ສະຖານກົງສູນຫວຽດນາມ ​ເລ​ວຽດຢວຽນ ​ໄດ້​ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມຈັດ​ຕັ້ງ​ກອງ​ປະຊຸ​ມສຳ​ມະ​ນາ ກ່ຽວ​ກັບ​ລະບົບ​ສຶກສາ​ຫວຽດນາມ ຂອງມະຫາ​ວິທະຍາ​ໄລ ECU. ​ນັກ​ສຶກສາ​ທີ່​ພວມ​ຮໍ່່າຮຽນ​ຢູ່​ອົດສຕາ​ລີ ຈະ​ແມ່ນບັນດາ​ແຫຼ​່ງກຳລັງ​ອັນປະ​ເສີດ​ໃນ​ການ​ຮັບ​ເອົາ​ສິ່ງ​ຍອດ​ຍິ່ງ​ດ້ານ​ການ​ສຶກສາ​ຂອງ​ໂລກ, ປະກອບສ່ວນ​ເຂົ້າ​ໃນ​ພາລະ​ກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຫວຽດນາມ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ ​ແລະ ອົດສຕາ​ລີ.

ຂ່າວ/ບົດ​ອື່ນ