ກອງປະຊຸມສຳມະນາສາກົນກ່ຽວກັບກະຈາຍສຽງຄົມມະນາຄົມ

ກອງປະຊຸມສຳມະນາສາກົນກ່ຽວກັບກະຈາຍສຽງຄົມມະນາຄົມ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ

(vovworld)- ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບ​ກະ​ຈາຍ​ສຽງ​ຄົມ​ມະ​ນາ​ຄົມ ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ສົມ​ທົບ​ກັບ​ກະ​ຊວງ​ຖະ​ແຫລງ​ຂ່າວ - ສື່​ສານ ແລະ ອະ​ນຸ​ກຳ​ມະ​ການ​ຖະ​ແຫລງ​ຂ່າວ ອາ​ຊຽນ (COCI) ສົມ​ທົບ​ກັນ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/3 ຢູ່ ຮ່າ​ໂນ້ຍ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ຫນ້າ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ແລະ ຈີນ. ກອງ​ປະ​ຊຸມ​ສຳ​ມະ​ນາ ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ກະ​ຈາຍ​ສຽງ​ຄົມ​ມະ​ນາ​ຄົມ​ແບ່ງ​ປັນ​ບົດ​ຮຽນ ແລະ ແລກ​ປ່ຽນ​ແນວ​ຄວ​າມ​ຄິດ​ໃຫມ່ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ກະ​ຈາຍ​ສຽງ​ຄົມ​ມະ​ນາ​ຄົມ, ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ຈີນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ກ່ຽວ​ກັບ​ກະ​ຈາຍ​ສຽງ​ຄົມ​ມະ​ນາ​ຄົມ, ການ​ສ້າງວັດ​ທະ​ນະ​ທຳ​ຄົມ​ມະ​ນາ​ຄົມ​. ທ່ານ ຫວູ​ຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຊີ້​ແຈ້ງວ່າ​:

        “ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ກອງ​ປະ​ຊຸມ​ສຳ​ມະ​ນາ​ຈະ​ແມ່ນ​ເວ​ທີປາ​ໄສ​ທີ່​ມີ​ປະ​ໂຫຍດ​ໃຫ້​ແກ່​ບັນ​ດາ​ນັກ​ຂ່າວ, ບັນ​ນາ​ທິ​ການໃນ​ພາກ​ພື້ນ ອາ​ຊຽນ ແລະ ຈີນ ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ກະ​ຈາຍ​ສຽງ​ຄົມ​ມະ​ນາ​ຄົມ, ປະ​ກອບ​ສ່ວນ​ໂຄ​ສະ​ນາ​ກ່ຽວ​ກັບ​ຄົມ​ມະ​ນາ​ຄົມ​ເຖິງ​ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ພິ​ເສດ ເມື່ອ​ອາ​ຊຽນ ກາຍ​ເປັນ​ປະ​ຊາ​ຄົມ​ດຽວ.”

        ໃນ 2 ມື້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ (21-22/3), ບັນ​ດາ​ຜູ້​ແທນ ອາ​ຊຽນ ແລະ ຈີນ ຈະ​ສະ​ເຫນີ​ບົດ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ສະ​ພາບ​ຄົມ​ມະ​ນາ​ຄົມ, ກະ​ຈາຍ​ສຽງ​ຄົມ​ມະ​ນາ​ຄົມ​ຢູ່​ແຕ່​ລະ​ປະ​ເທດ ແລະ ວິ​ທີ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຄັດ​ເພື່ອ​ສ້າງ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ​ຄົມ​ມະ​ນາ​ຄົມ​ດູດ​ດື່ມ ແລະ ມີ​ປະ​ໂຫຍດ​ຕໍ່​ມະ​ຫາ​ຊົນ.

ຂ່າວ/ບົດ​ອື່ນ