ກອງປະຊຸມຫົວເລື່ອງຂອງ IPU ພາກພື້ນອາຊີ-ປາຊີຟິກ ບັນລຸບັນດາຂີດໝາຍທີ່ສຳຄັນ

(VOVWORLD) - ກອງປະຊຸມພາກພື້ນອາຊີ-ປາຊີຟິກກ່ຽວກັບ “ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການກະທຳຂອງບັນດານັກສ້າງກົດໝາຍ ແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ”
ກອງປະຊຸມຫົວເລື່ອງຂອງ IPU ພາກພື້ນອາຊີ-ປາຊີຟິກ ບັນລຸບັນດາຂີດໝາຍທີ່ສຳຄັນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ 

ກອງປະຊຸມພາກພື້ນອາຊີ-ປາຊີຟິກກ່ຽວກັບ “ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການກະທຳຂອງບັນດານັກສ້າງກົດໝາຍ ແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ” ໂດຍສະພາແຫ່ງຊາດຫວຽດນາມ ສົມທົບກັບສະຫະພັນລັດຖະສະພາສາກົນ IPU ຈັດຂຶ້ນຢ່າງສຳເລັດຜົນດ້ວຍຫຼາຍຂີດໝາຍທີ່ສຳຄັນ. ນີ້ແມ່ນການຕີລາຄາຂອງທ່ານ ຫງວຽນວັນເຢົາ ປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມທີ່ການປະຊຸມຂ່າວແຈ້ງໝາກຜົນຂອງກອງປະຊຸມທີ່ດຳເນີນໃນຕອນບ່າຍວັນທີ 13/5 ຢູ່ນະຄອນໂຮ່ຈິມິນ.

      ທ່ານ ຫງວຽນວັນເຢົາ ປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າ ກອງປະຊຸມຫົວເລື່ອງຂອງ IPUພາກພື້ນອາຊີ-ປາຊີຟິກ ໄດ້ສິ້ນສຸດລົງ ຊຶ່ງໄດ້ບັນລຸບັນດາເປົ້າໝາຍພື້ນຖານທີ່ໄດ້ວາງອອກ ແລະ ໄດ້ສ້າງບັນດາຂີດໝາຍທີ່ສຳຄັນໃນໂຄງການດຳເນີນງານຂອງ IPU ກໍຄືບັນດາລັດຖະສະພາພາຄີບັນດາປະເທດພາກພື້ນອາຊີ-ປາຊີຟິກ. 

ຕອບກັບ

ຂ່າວ/ບົດ​ອື່ນ