ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນຄັ້ງທີ25

ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນຄັ້ງທີ25 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ
(ພາບ: ຊວນຕ໋ວຽນ)

(vovworld) – ​ ​ ​ ວັນ​ທີ 01/06, ຢູ່​ກົວ​ລາ​ລຳ​ເປີ, ມາ​ເລ​ເຊຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ ​ເລີ່​ມຕົ້ນ​ເຂົ້າ​ຮ່ວມ​ບັນດາການ​ເຄື່ອນ​ໄຫວ​ຢູ່​ກອງ​ປະຊຸມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວ​ກັບ ອາ​ຊຽນ (WEF ASEAN) ຄັ້ງ​ທີ 25. ທີ່​ວາລະ​ໄຂ​ກອງ​ປະຊຸມ​ຄົບ​ຄະນະ​ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​ແຜນການ​ດຳ​ເນີນ​ງານ ອາ​ຊຽນ ​ເພື່ອ​ການ​ເຕີບ​ໂຕ ​ແລະ ກວມ​ລວມ”, ​ການ​ນຳ​ບັນດາປະ​ເທດ ອາ​ຊຽນ ​ໄດ້ຍົກ​ສູງ​ບົດບາດ, ຄວາມ​ສາມາ​​ດບົ່ມ​ຊ້ອນ ​ແ​ລະ ກາລະ​ໂອກາດ​ຂອງ​ປະຊາ​ຄົມ ອາ​ຊຽນ; ຕີ​ລາຄາ ອາ​ຊຽນ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຮູບ​ແບບ​ເຊື່ອມ​ໂຍງ​ຂອງ​ພາກ​ພື້ນ​ ທີ່​ປະສົບ​ຜົນສຳ​ເລັດຢູ່​ໃນ​ໂລກ; ​ເນັ້ນ​ໜັກ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ກວມ​ລວ​ມ ​ແມ່ນ​ຈຸດໝາຍ​ໜຶ່ງ​ຂອງ​ປະຊາ​ຄົມ ອາ​ຊຽນ ກໍ່ຄື​ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ ​ເນັ້ນ​ໜັກ​ວ່າ: ​​ໂດຍເປັນ​ສະມາຊິກ​ໃນ ອາ​ຊຽນ, ຫວຽດນາມ ​ແບ່ງປັນ​ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ລວມຂອງ​ບັນດາ​ປະ​ເທດ ອາ​ຊຽນ; ຢືນຢັນ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ກວມ​ລວມ ​ແມ່ນ​ຈຸດໝາຍ​ທີ່​ລະບຸ​ໄວ້ໃນ​ບັນດາຍຸດ​ທະ​ສາດ, ​ແຜນການ​ພັດທະນາ​ຂອງ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ສືບ​ຕໍ່​ຍູ້​ແຮງ​ການ​ປ່ຽນ​ໃໝ່​ຮອບດ້ານ, ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຕາມ​ທິດ​ໝັ້ນຄົງ ທັງ​ດ້ານ​ເສດ​ຖະກິດ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ດັ່ງກ່າວ ຫວຽດນາມ ຍືດໝັ້ນ​ມານະ​ພະຍາຍາມ​ປັບປຸງ​ລະບອບ​ເສດຖະກິດ​ການ​ຕະຫລາດ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການລົງທຶນ​ດຳ​ເນີນ​ທຸລະ​ກິດ; ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບ​ພະຍາກອນ​ມະນຸດ ​ໂດຍ​ຜ່ານ​ການ​ປ່ຽນ​ໃໝ່​ການ​ສຶກສາ - ກໍ່ສ້າງ​ຢ່າງຮອບດ້ານ; ​ໃຫ້​ບຸລິມະສິດ​​ແກ່​ການພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເຊື່ອ​ມຕໍ່​ໂຄງ​ລ່າງ​ຄົມມະນາຄົມ; ຫັນ​ກະ​ສິກຳ ​ແລະ ການພັດທະນາ​ຊົນນະບົດ​ເປັນ​ທັນ​ສະ​​ໄໝ…​ທ່ານ​ຮອງນາຍົກລັດຖະມົນຕີກໍ່​ຢືນຢັນ​ວ່າ ຫວຽດນາມ ຈະ​ສຶບຕໍ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​​ເຊິ່ງກ້ວາງ​ຂວາງ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ປະກອບສ່ວນ​ ​ ​ເຂົ້າ​ໃນ​ການ​ກໍ່ສ້າງ​ປະຊາ​ຄົມ ອາ​ຊຽນ ດ້ວຍຄວາມ​ຮັບຜິດຊອບ.

        ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ,ທ່ານ​ຈິ້ງ​ດີງຢຸງ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະ ມົນຕີ ມາ​ເລ​ເຊຍ Najib Tun Razak; ຕ້ອນຮັບທ່ານ Philipp Roesler ​ຜູ້ອຳນວຍການ​ຝ່າຍບໍລິຫານ WEF ​ແລະ ທ່ານ Stephen Groff ຮອງ​ປະທານ​ທະນາຄານ​ອາຊີ (ADB)

ຂ່າວ/ບົດ​ອື່ນ