ກອງປະຊຸມແລກປ່ຽນວຽກງານຄະນະຊີ້ນຳການຈັດຕັ້ງ, ຫັນເປັນຫຸ້ນສ່ວນ, ຖອນທຶນ, ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່

(VOVWORLD) - ຕາມບົດລາຍງານຂອງຄະນະຊີ້ນຳການປ່ຽນແປງໃໝ່ ແລະ ພັດທະນາວິສາຫະກິດແລ້ວ, ປີ 2017, ທົ່ວປະເທດໄດ້ອະນຸມັດຜ່ານວິທີການຫັນລັດວິສາຫະກິດ 69 ແຫ່ງເປັນຫຸ້ນສ່ວນ
ກອງປະຊຸມແລກປ່ຽນວຽກງານຄະນະຊີ້ນຳການຈັດຕັ້ງ, ຫັນເປັນຫຸ້ນສ່ວນ, ຖອນທຶນ, ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ - ảnh 1 ທ່ານ ເວືອງດິ່ງເຫ້ວ ທີ່ກອງປະຊຸມ

ຕອນເຊົ້າວັນທີ 31 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງກອງປະຊຸມແລກປ່ຽນວຽກງານຂອງຄະນະຊີ້ນຳການຈັດຕັ້ງ, ຫັນເປັນຫຸ້ນສ່ວນ, ຖອນທຶນ, ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ແລະ ພັດທະນາວິສາຫະກິດປີ 2017. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳ, ໄດ້ເປັນປະທານກອງປະຊຸມ.

        ຕາມບົດລາຍງານຂອງຄະນະຊີ້ນຳການປ່ຽນແປງໃໝ່ ແລະ ພັດທະນາວິສາຫະກິດແລ້ວ, ປີ 2017, ທົ່ວປະເທດໄດ້ອະນຸມັດຜ່ານວິທີການຫັນລັດວິສາຫະກິດ 69 ແຫ່ງເປັນຫຸ້ນສ່ວນ, ຫຼາຍກ່ວາ 14 ແຫ່ງເມື່ອທຽບໃສ່ປີ 2016, ລວມມີກຸ່ມບໍລິສັດຢາງພາລາ ຫວຽດນາມ 1 ແຫ່ງ ແລະ 10 ບໍລິສັດໃຫຍ່ຂອງລັດ ແລະ ວິສາຫະກິດທີ່ມີທຶນກ້ອນໃຫຍ່ຂອງລັດກ່ວາ 1.000 ຕື້ດົ່ງ. ມູນຄ່າທຶນຂອງລັດຢູ່ບັນດາວິສາຫະກິດຫັນເປັນຫຸ້ນສ່ວນໄດ້ກຳນົດຄືນແມ່ນ 160.000 ຕື້ດົ່ງ, ກວມເອົາ 11,4% ຍອດຈຳນວນເງິນຂອງລັດທີ່ພວມລົງທຶນຢູ່ບັນດາວິສາຫະກິດຂອງລັດທ້າຍປີ 2016.

        ບັນດາສະມາຊິກຂອງຄະນະຊີ້ນຳກໍ່ໄດ້ຊີ້ແຈ້ງບັນດາສິ່ງຄົງຄ້າງ, ຂໍ້ຈຳກັດ. ນັ້ນແມ່ນບາງກະຊວງ, ຂະແໜງການ, ທ້ອງຖິ່ນ ຍັງບໍ່ທັນປະຕິບັດສຳເລັດການຫັນເປັນຫຸ້ນ, ຖອນທຶນ ປີ 2017 ຊຶ່ງນາຍົກລັດຖະມົນຕີໄດ້ອະນຸມັດຜ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ