ກອງປະຊຸມໂຄສະນາ ສຶກສາສຸຂະພາບປີ 2012

ກອງປະຊຸມໂຄສະນາ ສຶກສາສຸຂະພາບປີ 2012 - ảnh 1
ພາບປະກອບ

( vovworld ) – ວຽກ​ງານ​ໂຄສະນາ​ສຶກສາ​ສຸຂະພາບ ຍາມ​ໃດ​ກໍ​ຕ້ອງ​ໄປ​ກ່ອນ​ບາດກ້າວ 1 ​ໃນ​ຍຸດ​ທະ​ສາດ​ແຫ່ງ​ການ​ເອົ​າ​ໃຈ​ໃສ່​ເບິ່ງແຍງສຸຂະພາບ​ປະຊາຊົນ. ທ່ານ​ນາງ ຫງວຽນ​ທິກີ​ມຕຽນ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໄດ້​ຢືນຢັນ​ຄື​ດັ່ງກ່າວທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍວຽກ​ງານ​ໂຄສະນາ​ສຶກສາ​ສຸຂະພາບປີ 2012 ​ໂດຍ​ກະຊວງ​ສາທາລະນະ​ສຸກ​ຈັດ​ຂຶ້ນ​ເມື່ອ​ຕອນ​ເຊົ້າວັນ​ທີ 22/12 ຢູ່​ຮ່າ​ໂນ້ຍ. ປີ 2012, ວຽກ​ງານ​ໂຄສະນາ​ສຶກສາ​ສຸຂະພາບ​ໄດ້​ສຸມໃສ່​ການ​ປ້ອງ​ກັນ, ຕ້ານ​ໂລກ​ໄຂ້ຫວັດ​ສັດ​ປີກ, ​ໂລກ​ໄຂ້ຫວັດ H5N1…​ໂຄສະນາ​ກ່ຽວ​ກັບ​ວຽກ​ງານ​ຮັບປະກັນຫຼັກອະນາ​ໄມ​ສິ່ງ​ແວດ​ລ້ອມ, ຍົກ​ສູງ​ສຸຂະພາບ​ຂອງ​ປະຊາຊົນ ​ເພື່ອ​ໃຫ້​ປະຊາຊົນ​ແຕ່ລະຄົນ​ລ້ວນ​ແຕ່​ມີ​ຄວາມ​ຮັບ​ຮູ້​ການ​ປ້ອງ​ກັນ​ຕົວ​ເອງ, ຕັ້ງໜ້າ​ເຂົ້າຮ່ວມ​ວຽກ​ງານ​ຮັກສາ​ສຸຂະພາບ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ ຫງວຽນ​ທິກີ​ມຕຽນ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ເວົ້າວ່າ:

   “ພວກ​ເຮົາ​ຍາມ​ໃດ​ກໍ​ກຳນົດ​ວ່າ ການ​ໂຄສະນາ​ຕ້ອງ​ໄປ​ກ່ອນ​ບາດກ້າວ 1 ຫຼັງ​ຈາກ​ນັ້ນຈຶ່ງ​ຈະ​ຮອດ​ບັນດາ​ການ​ເຄື່ອນ​ໄຫວ​ເອົາ​ໃຈ​ໃສ່​ເບີ່ງ​ແຍງສຸຂະພາບ​ອື່ນ. ຂ້າພະ​ເຈົ້າສະ​ເໜີ​ວ່າ ​ໃນ​ວຽກ​ງານ​ໂຄສະ​ນາ, ບັນດາ​ບັນຫາ​ກ່ຽວ​ກັບ​ຕາໜ່າງ​ໂຄສະນາ​ຂັ້ນຮາກ​ຖານ ​ເພື່ອ​ຍູ້​ແຮງ​ວຽກ​ງານ​ໂຄສະນາ. ກ່ຽວ​ກັບ​ເຄື່ອງ​ວັດຖຸ​ອຸປະກອນ, ຕ້ອງ​ສ້າງ​ແຜນ​ຮ່າງ​ເພີ່ມ​ທະວີ​ກຳລັງຄວາມ​ສາມາດ​ຂອງ​ຕາໜ່າງລະບົບ​ໂຄສະນາ​ດ້ານ​ການ​ສຶກສາ​ສຸຂະພາບ. ປະຈຸ​ບັນ, ຕອ້ງນຳ​ເນື້ອ​ໃນ​ການ​ໂຄສະນາ​ເຂົ້າ​ໃນ​ບັນດາ​ແຜນ​ຮ່າງ ​ແລະ​ ບັນດາ​ການ​ເຄື່ອນ​ໄຫວ

ຂ່າວ/ບົດ​ອື່ນ