ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດຂອງລັດຖະບານຫວຽດນາມ

ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດຂອງລັດຖະບານຫວຽດນາມ - ảnh 1

(ພາບປະກອບ:baodientu.chinhphu.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 25/12 ຢູ່​ສຳນັກງານ​ລັດ​ຖະບານ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ໄດ້​ເປັນ​ປະທານກອງ​ປະຊຸມ​ໂດຍກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ຂອງ​ລັດຖະບານກັບ​ທ້ອງ​ຖິ່ນ​ຕ່າງໆ​ເພື່ອ​ຜັນ​ຂະຫຍາຍ​ມະຕິຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ໜ້າທີ່ພັດທະນາ​ເສດຖະກິດ-​ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2013. ຮ່າງ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ຈຸດໝາຍ​ສັງ​ລວມ​ໃນ​ປີ 2013 ສະ​ເໜີ​ທີ່​ກອງ​ປະຊຸມ​ໄດ້​ຊີ້​ແຈງ 3 ໝວດ​ມາດ​ຕະການ​ເພື່ອພັດທະນາ​ເສດຖະກິດ-​ສັງຄົມປີ 2013 ​ໃນ​ນັ້ນສືບ​ຕໍ່​ເພີ່ມ​ທະວີ​ການ​ຮັກ​ສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ,​ ຮັບປະກັນ​ຊີວິດ​ສັງຄົມ. ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ເພື່ອ​ພັດທະນາ​ການ​ຜິ​ລິດ​ໃນ​ສະ​ເພາະ​ໜ້າ,​ ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງ​ຈຸ​ງຫາຍ ​ໄດ້​ເນັ້ນໜັກ​ເຖິງ​ມາດ​ຕະການ​ດ້ານ​ທຶນຮອນ​​ເພື່ອ​ໃຫ້​ຕະຫຼາດ​ອະສັງຫາລິມະ​ຊັບ​ພັດທະນາ:

   “ມອບ​ໃຫ້​ບັນດາ​ອົງການ​ຈັດຕັ້ງສິນ​ເຊື່ອ,​ ສະຫງວນ​ຈຳນວນ​ທຶນ​ເໝາະ​ສົ​ມ​ເພື່ອ​ໃຫ້​ບັນດາ​ເປົ້າໝາຍ​ມີ​ລາຍ​ຮັບ​ຕ່ຳ, ພະນັກງານ​ລັດຖະກອນ, ກຳລັງ​ປະກອບ​ອາວຸດ​ກູ້​ຢືມ​ເພື່ອ​ຊື້ຫຼື​ເຊົ່າ​ເຮືອນ​ຢູ່​ສັງຄົມ, ​ເຮືອນ​ຢູ່​ການ​ຄ້າ, ​ໃຫ້​ວິ​ສາ​ຫະກິດ​ກໍ່ສ້າງ​ເຮືອນ​ກູ້​ຢືມ…​ທະນາຄານ​ແຫ່ງ​ລັດ​ສະຫງວນ​ຈຳນວນ​​ເງິນ​ແຕ່ 20-40 ຕື້​ດົ່ງ​ເພື່ອ​ໃຫ້​ກູ້​ຢືມ​ດ້ວຍ​ອັດຕາ​ດອກ​ເບັ້ຍ​ເໝາະ​ສົມ ​ແລະ ກຳນົດ​ເວລາ​ຫຼາຍ​ສຸດ​ແມ່ນ 10 ປີ ຕາມ​ແຕ່ລະ​ເປົ້າໝາຍ​ນຳ​ໃຊ້

 

 

 

 

ຂ່າວ/ບົດ​ອື່ນ