ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດຍູ້ແຮງການປະຕິບັດລັດຖະບານເອເລັກໂຕນິກ

(VOVWORLD) -ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດ ກ່ຽວກັບການຊາບຊຶມດຳລັດເລກທີ 09 ຂອງລັດຖະບານວ່າດ້ວຍການກຳນົດກ່ຽວກັບລະບອບລາຍງານຂອງອົງການບໍລິຫານລັດ
ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດຍູ້ແຮງການປະຕິບັດລັດຖະບານເອເລັກໂຕນິກ - ảnh 1(ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 07 ກຸມພາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດ ກ່ຽວກັບການຊາບຊຶມດຳລັດເລກທີ 09 ຂອງລັດຖະບານວ່າດ້ວຍການກຳນົດກ່ຽວກັບລະບອບລາຍງານຂອງອົງການບໍລິຫານລັດ; ຂໍ້ຕົກລົງເລກທີ 28 ແລະ ຂໍ້ຕົກລົງເລກທີ 274 ຂອງນາຍົກລັດຖະມົນຕີ ແລະ ແນະນຳການຜັນຂະຫຍາຍລະບົບຂໍ້ມູນຂ່າວສານລາຍງານຕໍ່ລັດຖະບານ.

          ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ຊີ້ແຈ້ງວ່າ: ປີ 2020, ໜ້າທີ່ຂອງລັດຖະບານທີ່ມອບໝາຍໃຫ້ຫ້ອງວ່າການລັດຖະບານ ແມ່ນສືບຕໍ່ສ້າງສູນລາຍງານແຫ່ງຊາດ ແລະ ສູນທາບທາມຄຳເຫັນດ້ານນະໂຍບາຍ ເພື່ອຜັນຂະຫຍາຍດຳລັດເລກທີ 09 ກ່ຽວກັບລະບົບລາຍງານແຫ່ງຊາດສຳລັບອົງການບໍລິຫານລັດ ແລະ ຄາດວ່າໃນເດືອນ ມີນາ ຈະມາເຖິງ ຈະເປີດສະຫຼອງສູນລາຍງານແຫ່ງຊາດ ເພື່ອຮັບໃຊ້ວຽກງານຊີ້ນຳນຳພາຂອງລັດຖະບານ, ນາຍົກລັດຖະມົນຕີ ເພື່ອຊີ້ນຳ ແລະ ສັງລວມສະພາບການຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ