ກອງປະຊຸມໃຫຍ່ຜູ້ແທນບັນດາເຜົ່າສ່ວນຫນ້ອຍແຂວງຮ່ວາບີງຄັ້ງ​ທີ 2

ກອງປະຊຸມໃຫຍ່ຜູ້ແທນບັນດາເຜົ່າສ່ວນຫນ້ອຍແຂວງຮ່ວາບີງຄັ້ງ​ທີ 2 - ảnh 1
ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ພ້ອມ​ກັບ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:baotintuc.vn
 (vovworld)-​ ​ຕອນ​ເຊົ້າ​ວັນ​ທີ 14/11, ທ່ານ ຫງວຽນ​ຊວນ​ຟ​ຸກ, ຫົວ​ຫນ້າ​ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັກ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ບັນ​ດາ​ເຜົ່າ​ສ່ວນ​ຫນ້ອຍ​ແຂວງ ຮ​ວາ​ບີງ ຄັ້ງ​ທີ 2 ປີ 2014. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ​ອົງ​ຄະ​ນະ​ພັກ​, ອຳ​ນາດ​ການ​ປົກ​ຄອງ, ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ຕ້ອງ​ກຳ​ແຫນ້ນ​ແນວ​ທາງ, ນະ​ໂຍ​ບາຍ​ຊົ​ນ​ເຜົ່າ​ຂອງ​ພັກ ແລະ ລັດ, ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ຄວາມ​ສຳ​ຄັນ​ຂອງວຽກ​ງານ​ຊົນ​ເຜົ່າ, ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ​ເປັນ​ຢ່າງ​ດີ, ຂົນ​ຂວາຍ​ເພື່ອ​ໃຫ້​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ. ຄຽງ​ຄູ່​ກັນ​ນັ້ນ ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ, ນະ​ໂຍ​ບາຍ​ຊົນ​ເຜົ່າ​ເປັນ​ຢ່າງ​ດີ. ນອກນັ້ນ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃສ່​ໃຈ: ແຂວງ ຮ​ວາ​ບີງ ປະ​ຕິ​ບັດ​ໂຄງ​ການ​ສອນ​ວິ​ຊາ​ຊ​ີບ​ຕິດ​ພັນ​ກັບ​ການ​ແກ້​ໄຂວຽກ​ເຮັດ​ງານ​ທຳ, ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽ​ບ​ຮ້ອຍ​ທາງ​ສັງ​ຄົມ.

 

ຂ່າວ/ບົດ​ອື່ນ