ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂອງວິທະຍຸກະຈາຍສຽງຫວຽດນາມຄັ້ງທີ4

ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂອງວິທະຍຸກະຈາຍສຽງຫວຽດນາມຄັ້ງທີ4 - ảnh 1
ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ຄັ້ງ​ທີ 4 ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ
ຫວຽດ​ນາມ

(vovworld)- ຕອນ​ເຊົ້າ​ວັນ​ທີ 21/8, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ຄັ້ງ​ທີ 4. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ໃຫຍ່, ທ່ານ ຫງວຽນ​ເທ​ກີ໋, ຮອງ​ຫົວ​ຫນ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ໄດ້​ຍ້ອງ​ຍໍ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ບັນ​ລຸ​ໄດ້​ໃນ​ຂະ​ບວນ​ການ​ແຂ່ງ​ຂັ​ນ​ຮັກ​ຊາດ​ຂອງ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໃນ 5 ປີ​ຜ່ານ​ມາ ແລະ ຢືນ​ຢັນ​ວ່າ: ກະ​ຈາຍ​ສຽງ​ສືບ​ຕໍ່​ແມ່ນ​ພາ​ຫະ​ນະ​ສື່ມວ​ນ​ຊົນ​ມີ​ກຳ​ລັງ​ດຶງ​ດູດ​ຜູ້​ຟັງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​, ພິ​ເສດ ແມ່ນ​ຢູ່​ເຂດ​ຊົນ​ນະ​ບົດ, ເຂດ​ພູ​ດອຍ. ນີ້​ແມ່ນ​ເຄື່ອງ​ມື​ໂຄ​ສະ​ນາ​ບັນ​ດາ​ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ ຢ່າງ​ຊັດ​ເຈນ, ທັນ​ການ​ເຖິງ​ຜູ້​ຟ​ັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ຕາງ​ຫນ້າ​ໃຫ້​ພະ​ນັກ​ງານ, ລັດ​ຖະ​ກອນ, ຄົນ​ງານ 4000 ຄົນ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ທ່ານ ຫງວຽນ​ດັງ​ຕຽນ ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ປຸກ​ລະ​ດົມ​ຂະ​ບວ​ນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ໄລ​ຍະ 2015-2020, ສູ້​ຊົນ​ສຳ​ເລັດ​ຫນ້າ​ທີ່​ຊື່ງ​ພັກ ແລະ ລັດ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ, ສົມ​ກັບ​ນາມ​ມະ​ຍົດ​ວິ​ລະ​ຊົນ ຊື່ງ​ພັກ ແລະ ລັດ​ມອບ​ໃຫ້.

ຂ່າວ/ບົດ​ອື່ນ