ກອງປະຊຸມໃຫຍ່ໄວໜຸ່ມທີ່ເກັ່ງກ້າສາມາດຫວຽດນາມຄັ້ງທີ2ປີ 2015

ກອງປະຊຸມໃຫຍ່ໄວໜຸ່ມທີ່ເກັ່ງກ້າສາມາດຫວຽດນາມຄັ້ງທີ2ປີ 2015 - ảnh 1
(ກອງປະຊຸມໃຫຍ່ໄວໜຸ່ມທີ່ເກັ່ງກ້າສາມາດຫວຽດນາມຄັ້ງທີ2ປີ 2015)

(vovworld) - ກອງ​ປະຊຸມ​ໃຫຍ່​ໄວ​ໜຸ່ມ​ທີ່​ເກັ່ງ​ກ້າ​ສາມາດຫວຽດ ນາມ​ຄັ້ງ​ທີ 2 ປີ 2015​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 13/12, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ 364 ຄົນ. ດ້ວຍ​ຫົວ​ຂໍ້​ວ່າ “ໄວ​ໜຸ່ມ​ທີ່​ເກັ່ງ​ກ້າ​ສາມາດ ຫວຽດນາມຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງສາ​ປະ​ເທດ​ຊາດ“. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ, ຖື​ວ່າ​ເລື່ອງ​ຄົ້ນ​ພົບ, ຄຸ້ມ​ຄອງ, ກໍ່ສ້າງ ​ແລະ ນຳ​ໃຊ້ ໄວ​ໜຸ່ມ​ທີ່​ເກັ່ງ​ກ້າ​ສາມາດ​ໄດ້​ກາຍ​ເປັນ​ບັນຫາ​ຍຸດ​ທະ​ສາດ, ມີ​ຄວາມ​ສຳຄັນ​ຕໍ່​ປະ​ເທດ​ຊາດ.

“ພັກ ​ແລະ ປະຊາຊົນ ​ຫວຽດນາມ​ຍາມ​ໃດ​ກໍ່​ຕັ້ງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ລຸ້ນໜຸ່ມ, ຕີ​ລາຄາ​ບົດບາດ, ຄວາມ​ສາມາດ​ການ​ປະຕິວັດ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ຊາວ​ໜຸ່ມ​ຢ່າງ​ຖືກຕ້ອງ. ​ໃນ​ນັ້ນ, ໄວ​ໜຸ່ມ​ທີ່​ເກັ່ງ​ກ້າ​ສາມາດ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ​ເຮົາ, ​ແມ່ນ​ກຳລັງ​ໜູນ​ທີ່​ສຳຄັນ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ດັ່ງ​ນັ້ນ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ​ທຸກ​ຂັ້ນ, ພ້ອມ​ກັບ​ທົ່ວ​ສັງຄົມ, ​ແຕ່​ລະ​ຄອບຄົວ​ຕ້ອງ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ, ສ້າງ​ເງື່ອນ​ໄຂ​ໃຫ້ໄວ​ໜຸ່ມ​ທີ່​ເກັ່ງ​ກ້າ​ສາມາດ ຫວຽດນາມ, ຫຼໍ່​ຫຼອມ, ກໍ່​ຮ່າງ​ສ້າງ​ຕົວ, ປະກອບສ່ວນ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ“.

 

ຂ່າວ/ບົດ​ອື່ນ