ກອນຕູມເພີ່ມທະວີການຮ່ວມມືພັດທະນາ ກັບ 4 ແຂວງພາກໃຕ້ຂອງລາວ

ກອນຕູມເພີ່ມທະວີການຮ່ວມມືພັດທະນາ ກັບ 4 ແຂວງພາກໃຕ້ຂອງລາວ - ảnh 1

(ພາບ: kontumcity.vn)

(vovworld)- ​​ເພື່ອ​ແນ​ໃສ່​ສືບ​ຕໍ່​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື​ພັດທະນາ​ກັບ 4 ​ແຂວງ​ທາງ​ພາກ​ໃຕ້​ຂອງ​ລາວ​ຄື: ອັດ​ຕະປື, ສາລະ​ວັນ, ​ເຊ​ກອງ ​ແລະ ຈຳປາ​ສັກ, ​ແຕ່​ວັນ​ທີ 19-23/3, ຄະນະ​ຜູ້​ແທນ​ການ​ນຳ​ແຂວງ​ກອນ​ຕູມ ​ໂດຍ​ທ່ານ​ຮ່າ​ບານ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ​ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ 4 ​ແຂວງ​ພາກ​ໃຕ້​ຂອງ​ລາວ. ​ໃນ​ການ​ຢ້ຽມຢາມ​ຄັ້ງນີ້, ​ແຂວງ​ກອນ​ຕູມ​ ໄດ້ມອບ​ຈຳນວນ​ເງິນ 5 ຕື້​ດົ່ງ​ໃຫ້​ແກ່​ແຂວງ​ອັດ​ຕະປື ​ເພື່ອ​ໜູນ​ຊ່ວຍ​ອັດ​ຕະປື ກໍ່ສ້າງ​ໂຮງຮຽນ​ອະນຸບານ​ແຫ່ງ​ໜຶ່ງ​ບັນລຸ​ມາດຕະຖານ; ມອບ​ຈຳນວນ​ເງິນ 500 ລ້ານ​ດົ່ງ​ໃຫ້​ແຂວງ​ເຊ​ກອງ ​ແລະ ສາລະ​ວັນ ​ເພື່ອ​ໜູນ​ຊ່ວຍ​ຂະ​ແໜງ​ການ​ສຶກສາ​ທ້ອງ​ຖິ່ນ. ​ເນື່ອງ​ໃນ​ໂອກ​ຫາດ​ບູນປີ​ໃໝ່​ປະຈຳ​ຊາດ​ລາວ, ການ​ນຳ​ແຂ​ວງກອນ​ຕູມ ​ໄດ້​ມອບ​ຂອງຂວັນ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ; ​ໄປ​ຢ້ຽມຢາມ​ພະນັກງານ, ພາລະ​ກອນ​ກົງ​ສູນ​ໃຫ່ຍຫວຽດນາມ ປະຈຳ​ແຂວງ​ຈຳປາ​ສັກ ​ແລະ ພະນັກງານ​ອາວຸ​ໂສລາ​ວຈຳນວນ​ໜຶ່ງ​ຢູ່​ບັນດາ​ແຂວງ​ເຫຼົ່າ​ນີ້. ​ການ​ນຳ​ແຂວງ​ກອນ​ຕູມ ​ແລະ ການ​ນຳ 4 ​ແຂວງ​ພາກ​ໃຕ້​ຂອງ​ລາວ ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະສັນ​ໂດຍ​ຖື​ວ່າ: ໃນ​ໄລຍະ​ຈະ​ມາ​ເຖິງ, ຕ້ອງ​ເພີ່ມ​ທະວີການ​ຮ່ວມ​ມື​ກ່ວາ​ອີກ, ​ເນື້ອ​ໃນ​ການ​ຮ່ວມ​ມື​ຕ້ອງ​ລະອຽດ​ເຖິງ​ແຕ່​ລະ​ພະ​ແນ​ກ, ຄະນະ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ສອງ​ປະ​ເທດ​ຫວຽດນາມ-​ລາວ.

 

ຂ່າວ/ບົດ​ອື່ນ