ກະກຽມວັນບຸນຄົ້ນຫາ ຫວຽດນາມ ຢູ່ Edinburgh

ກະກຽມວັນບຸນຄົ້ນຫາ ຫວຽດນາມ ຢູ່ Edinburgh - ảnh 1

(ພາບ:vtv.vn)

(vovworld)-​​​ວັນ​ບຸນຄົ້ນຫາ​ຫວຽດນາມ (Vietnam Discovery Day-VDD) ຈະ​ດຳ​ເນີນ​ໃນຕົ້ນ​ເດືອນ 9/2013 ທີ່​ຈະ​ມາ​ເຖິງ​ຢູ່ Edinburgh, Scotland ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ -ລາຊະ​ອານາ​ຈັດ​ອັງກິດ ​ແລະ ​ໄອ​ແລນ​ເໜືອ (1973-2013). ນີ້​ແມ່ນ​ເຫດການ​ວັດທະນະທຳ​ລະດັບ​ຊາດ​ເພື່ອ​ແນ​ໃສ່​ໂຄສະນາ​ວັດທະນະທຳ, ປະ​ເທດ​ຊາດ ​ແລະ ຊາ​ວຫວຽດນາມ. ມາ​ຮອດ​ປ​ະຈຸ​ບັນ, ວຽກ​ງານ​ກະກຽມ​ໃຫ້​ແກ່​ເຫ​ດການນີ້​ໄດ້​ດຳ​ເນີນ​ໄປ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ສະດວກ​ສະບາຍ ຍ້ອນ​ການ​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ນັກຮຽນ​ນັກ​ສຶກສາ​ຫວຽດນາມ ​ແລະ ການ​ລະດົມ​ກຳລັງ​ໃຈ, ການ​ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ​ຂອງ​ສະຖານທູດ​ຫວຽດນາມ ປະ​ຈຳລາຊະ​ອານາ​ຈັດ​ອັງກິດ ​ແລະ ​ໄອ​ແລນ​ເໜືອ. ຄາດ​ວ່າ, ວັນ​ບຸນຄົ້ນຫາ​ຫວຽດນາມ (VDD) ​ໂດຍ​ສະຖານທູດ​ຫວຽດນາມ ປະ​ຈຳລາຊະ​ອານາ​ຈັດ​ອັງກິດ ​ແລະ ​ໄອ​ແລນ​ເໜືອ ຈັດຕັ້ງຂຶ້ນ ​ແລະ ​ການໜູນ​ຊ່ວຍຂອງ​ອຳນາດ​ການ​ປົກຄອງ​ນະຄອນ Edinburgh, ປະຊາ​ຄົມ​ຊາວ​ຫວຽດນາມ ​ແລະ ນັກຮຽນນັກ​ສຶກສາ​ຫວຽດນາມ ຢູ່ Scotland ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 7/9 ຈະ​ມາ​​ເຖິງ​ຢູ່​ນະຄອນ Edinburg.

 

 

 

 

ຂ່າວ/ບົດ​ອື່ນ