ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສະຫຼຸບວຽກງານຊັບຊ້ອນ, ປ່ຽນໃໝ່ລັດວິສາຫະກິດ

ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສະຫຼຸບວຽກງານຊັບຊ້ອນ, ປ່ຽນໃໝ່ລັດວິສາຫະກິດ - ảnh 1
ກອງປະຊຸມສະຫຼຸບ​ວຽກງານ​ຊັບຊ້ອນ, ປ່ຽນ​ໃໝ່​​ວິ​ສາ​ຫະກິດປີ 2012,
ຜັນ​ຂະຫຍາຍ​ແຜນການ​ປີ 2013
(ພາບ: baomoi.com)


(vovworld) -  ຕອນ​ເຊົ້າ​ວັນ​ທີ 26/03, ຢູ່​ຮ່າ​ໂນ້ຍ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້ສະຫຼຸບ​ວຽກງານ​ຊັບຊ້ອນ, ປ່ຽນ​ໃໝ່​​ວິ​ສາ​ຫະກິດປີ 2012, ຜັນ​ຂະຫຍາຍ​ແຜນການ​ປີ 2013 ​ແລະ ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ປະຕິບັດ​ໜ້າ​ທີ່​, ພັນທະຂອງເຈົ້າ​ຂອງກຳ​ມະສິດ​ທຶນ​ແຫ່ງ​ລັດ​ທີ່​ມີ​ຕໍ່ລັດ​ວິ​ສາ​ຫະກິດ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຖື​ວ່າ ຄວາມ​ຫຍຸ້ງຍາກ​ໃຫຍ່​ສຸດ​ໃນ​ວິວັດ​ການ​ຊັບຊ້ອນ, ປ່ຽນ​ໃໝ່​ວິ​ສາ​ຫະກິດ​ໃນ​ປະຈຸ​ບັນ​ນັ້ນແມ່ນ​ເລື່ອງ​ທຶນຮອນ, ຄວາມ​ຕິດ​ຂັດ​ກ່ຽວ​ກັບ​ທີ່​ດິນ, ໜິ້ສາທາລະນະ ພິ​ເສດ​ແມ່ນ​ທຶນ​ກູ້​ຢື່ມ ODA... ບັນດາ​ຜູ້​ແທນສະ​ເໜີ​ໃຫ້​ລັດຖະບານ​ອະນຸມັດ​ຜ່ານ​ກົນ​​ໄກ​ສະ​ເພາະ ອະນຸຍາດ​ໃຫ້ແກ້​ໄຂ​ບວງໜິ້ສິນ ODA ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ກຳນົດ​ມູນ​ຄ່າ​ວິ​ສາ​ຫະກິດ, ປະຕິບັດ​ວິ​ວັດ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ກໍ​ຄືສ້າງ​ໂຄງ​ປະກອບ​ດ້ານ​ການ​ເງິນເຊິ່ງລັດຖະບານໄດ້ອະນຸມັດ​ຜ່ານຄືນ​ໃໝ່... ກ່າວ​ຄຳ​ເຫັນ​ທີ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶກ​ຟາດ ຊີ້​ແຈ້ງຄວາມ​ສຳຄັນ​ໃນ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຊັບຊ້ອນ, ປ່ຽນ​​ໃໝ່​ລັດ​ວິ​ສາ​ຫະກິດ ​ແລະ ຢືນຢັນ​ວ່າ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ຊຸກຍູ້​ການ​ພັດທະນາ​​ແບບ​ຍື່ນ​ຍົງຂອງ​ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ