(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 15/3, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ບັນດາຜູ້ແທນໄດ້ປະກອບຄຳເຫັນກ່ຽວກັບສິດທິມະນຸດ, ການປົກປ້ອງພົນລະເມືອງ, ບັນຫາຊາວຫວຽດນາມ ຢູ່ຕ່າງປະເທດ… ໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ບັນດາຄຳເຫັນລ້ວນແຕ່ເຫັນດີເປັນເອກະພາບໂດຍຖືວ່າ, ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ມີຄວາມກ້າວໜ້ານັບທັງດ້ານເນື້ອໃນກໍ່ຄືເຕັກນິກສ້າງລັດຖະທຳມະນູນ ເມື່ອທຽບໃສ່ລັດຖະທຳມະນູນສະບັບກ່ອນໆ. ພິເສດຮ່າງລັດຖະທຳມະນູນໄດ້ມີຫຼາຍຈຸດໃໝ່ທີ່ສຳຄັນຄື: ຮັບຮູ້ຫຼັກການສິດເປັນເຈົ້າຂອງປະຊາຊົນ ຕິດພັນກັບຄວາມນັບຖືລັດຖະທຳມະນູນ, ຫຼັກການກ່ຽວກັບອົງການອຳນາດຂອງລັດ, ດ້ວຍການແບ່ງງານ, ການສົມທົບ ແລະ ການກວດກາລະຫວ່າງບັນດາອົງການຂອງລັດໃນການປະຕິບັດອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ, ບັນດາຫຼັກການເຄົາລົບນັບຖື, ຮັບປະກັນສິດທິມະນຸດ, ສິດຂອງພົນລະເມືອງ. ໄລ່ມາຮອດປະຈຸບັນໄດ້ມີ 28 ຫົວໜ່ວຍສັງກັດກະຊວງ ແລະ ເກືອບ 70 ອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດ ໄດ້ປະຕິບັດສຳເລັດການຮັບເອົາຄຳເຫັນທີ່ປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງແລ້ວ. ບັນດາຄຳເຫັນສ່ວນຫຼາຍແມ່ນມີລັກສະນະສ້າງສັນ ແລະ ສະແດງໃຫ້ເຫັນຈິດໃຈຮັບຜິດຊອບສູງ.