ກະຊວງການເງິນອາເມລິກາກະຕຸກຊຸກຍູ້ສະພາແຫ່ງຊາດຍົກເພດານໜີ້ສາທາລະນະໂດຍໄວ

ກະຊວງການເງິນອາເມລິກາກະຕຸກຊຸກຍູ້ສະພາແຫ່ງຊາດຍົກເພດານໜີ້ສາທາລະນະໂດຍໄວ - ảnh 1
ລັດຖະມົນຕີ​ກະຊວງ​ການ​ເງິນ ອາ​ເມ​ລິ​ກາ Jacob Lew
(ພາບ: AFP)

(vovworld) – ວັນ​ທີ 3/2, ລັດຖະມົນຕີ​ກະຊວງ​ການ​ເງິນ ອາ​ເມ​ລິ​ກາ Jacob Lew ກະຕຸກ​ຊຸກຍູ້​ສະພາ​ແຫ່ງ​ຊາດ​ຍົກ​​ເພດານ​ໜີ້​ສິນ​ກ່ອນ​ຈຸດ​ເວລາ​ທີ່ລັດຖະບານ​ຂາດ​ສິດ​ກູ້​ຢືມ​ໃນ​ວັນ​ທີ​ 7/2 ຈະ​ມາ​ເຖິງ.

    ກ່າວ​ຄຳ​ເຫັນທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ Jacob Lew ​ໃຫ້​ຮູ້​ວ່າ: ​ເວລາ​ຍັງ​ເຫຼືອບໍ່​ມີຫຼາຍ, ສະພາ​ແຫ່ງ​ຊາດ​ຕ້ອງ​ມີ​ການ​ກະທຳ​ໃນ​ທັນທີ​ເພື່ອ​ຕໍ່​ກຳນົ​ດ​ເວລາ​ກູ້​ຢືມ​​ຂອງ​ປະ​ເທດ. ​ເຈົ້າ​ໜ້າ​ທີ່​ຜູ້​ນີ້​​ເນັ້ນ​ໜັກວ່າ:​ ຮອດ​ວັນ​ທີ 7/2 ຈະ​ມາ​ເຖິງ ຖ້າ​ຫາກ​ສະພາ​ແຫ່ງ​ຊາດ​ບໍ່​ຍົກ​ເພດານ​ໜີ້ສາທາລະນະ, ກະຊວງ​ການ​ເງິນ​ຈະ​ປະຕິບັດ​ບັນດາ “ມາດ​ຕະການ​ພິ​ເສດ” ​ເພື່ອຫຼີກ​ລ້ຽງ​ບໍ່​ໃຫ້​ປະ​ເທດ ອາ​ເມ​ລິ​ກາ ຕົກ​ເຂົ້າ​ສູ່​ສະພາບ​ລົ້ມ​ລະລາຍ​ຄັ້ງ​ທຳ​ອິດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ​ຜູ້ນຳ​ໜ້າ​ຂະ​ແໜງ​ການ​ເງິນ ອາ​ເມ​ລິ​ກາ ​ແລ້ວ, ບັນດາ “ມາດ​ຕະການ​ພິ​ເສດ” ພຽງ​ແຕ່​ສາມາດ​ຮັກສາ​ການ​ເຄື່ອນ​ໄຫວ​ໃຫ້​ລັດຖະບານ​ຮອດ​ທ້າຍ​ເດືອນ 2 ​ເທົ່າ​ນັ້ນ.

    ທ່ານ Lew ຖື​ວ່າ: ​ເລື່ອ​ງ​ໂຈະ​ການ​ຍົກ​ເພດານ​ໜີ້​ຂອງ​ສະພາ​ແຫ່ງ​ຊາດ​ພຽ​ງ​ແຕ່​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ​ສັບສົນ ​ແລະ ​ພື້ນຖານ​ການ​ເງິນ​ບໍ່​ເປັນ​ປົກກະຕິເທົ່າ​ນັ້ນ ​ແລະ ກໍ່​ຄືຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ຜູ້​​ເສຍອາກອນ.




ຂ່າວ/ບົດ​ອື່ນ