ກະຊວງຊັບພະຍາກອນສິ່ງແວດລ້ອມ ສົນທະນາກັບປະຊາຊົນຜ່ານເຄືອຂ່າຍ ອິນເຕີເນັດ

ກະຊວງຊັບພະຍາກອນສິ່ງແວດລ້ອມ ສົນທະນາກັບປະຊາຊົນຜ່ານເຄືອຂ່າຍ ອິນເຕີເນັດ  - ảnh 1
ລັດຖະມົນຕີ​ກະຊວງ​ຊັບພະຍາ​ກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ Nguyen Minh Quang
(ພາບ: monre.gov.vn)

(vovworld) - ວັນ​ທີ 6/4, ທີ່​ປະຕູຖານຂໍ້​ມູນ​ລັດຖະບານ, ລັດຖະມົນຕີ​ກະຊວງ​ຊັບພະຍາ​ກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ Nguyen Minh Quang ພ້ອມ​ກັບ​ບັນດາ​ການ​ນຳ​ກົມ​ຕ່າງໆ ສັງກັດກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ປະຊາຊົນ. ການ​ໂອ້​ລົມ​ສົນທະນາ​​ໄດ້​ສຸມ​ໃສ່​​ບາງ​ບັນຫາ​ຕົ້ນ​ຕໍ່​ຄື: ທີ່​ດິນ, ​ແຮ່​ທາດ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ເນື້ອ​ໃນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ສຸດ​ຈາກ​ປະຊາຊົນ​ນັ້ນ​​ແມ່ນ ວຽກ​ງານ​ຄຸ້ມ​ຄອງ ​ແລະ ວາງ​ແຜນກຳນົດ​​ໃຊ້​ທີ່​ດິນ, ພິ​ເສດ​​ແມ່ນ​​ດິນ​ກະ​ສິກຳ. ຕາມ​ທ່ານ​ລັດຖະມົນຕີ Nguyen Minh Quang ​ແລ້ວ, ​​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດນາມ ຄວນ​ປະຕິບັດ​ວຽກ​ງານຈັດ​ແບ່ງ​ເນື້ອ​ທີ່ດິນ, ພ້ອມ​ທັງ​​ເອົາ​ໃຈ​ໃສ່​ລັກສະນະ​ຮ່ວມ​ສຳ​ພັນ​ລະຫວ່າງ​​ເຂດຕ່າງໆ ​​ຈາກ​ນັ້ນຈະມີ​ແຜນ​ກຳ​ນົດທີ່​ດິນ​ເພື່ອ​ນຳ​ໃຊ້​ຢ່າງ​​ເໝາະ​ສົມ, ທ່ານ​ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ຊັບພະຍາກອນ - ສິ່ງ​ແວດ​ລ້ອມ Bui Cach Tuyen ຊີ້​ແຈງ​ວ່າ:

“ການ​ເຄື່ອນ​ໄຫວ​ຢູ່​ບັນ​ດາ​ເຂດ​ອຸດສາຫະກຳ​ຈະ​ໄດ້​ຮັບ​ການ​ຕິດຕາມ​ກວດກາ​ດ້ວຍ​ເຄື່ອງ Camera. ຖ້າ​ຫາກ​ເຂດ​ອຸດສາຫະກຳ​ທຸກ​ແຫ່ງ​ລ້ວນ​ແຕ່​ເຮັດ​ໄດ້​ສິ່ງ​ດັ່ງກ່າວນັ້ນ ສະພາບ​ການ​ກໍ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ໂດຍ​ເຈດ​ຕະນາ​ຈະ​ຫຼຸດ​ລົງ​ຫຼາຍ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ເຮົາ​ຈະ​ຕິດ​ຕັ້ງ​ລະບົບ​ຕິດຕາ​ມກວດກາ​​ແບບ​ອັດຕະ​ໂນ​ມັດ. ​ແລະ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ກໍ​ຈະ​ຕັ້ງໜ້າ​ໃນ​ກາ​ນສົມທົບ​ກັບ​ທ້ອງ​ຖິ່ນ​ຕ່າງໆ ​ເພື່ອ​ຕິດຕາມ​ກວດກາ ​ແລະ ປັບ​ໄໝ​ບັນດາ​ເຂດ​ອຸດສາຫະກຳ​ທີ່​ກໍ​ມົນ​ລະ​ພິດ ​ແລະ ສົ່ງ​ຜົນ​ສະທ້ອນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ”

ການ​ໂອ້​ລົມ​ສົນທະນາ​ຂອງ​ບັນດາ​ສະມາ​ຊິກ​ລັດຖະບານ​ແມ່ນ​ການ​ເຄື່ອນ​ໄຫວ ​ເພື່ອ​ປະຕິບັດ​ຕາມ​ການ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ທີ່​ສະ​ເໜີໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນຕ່າງໆ ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​, ​ໂອ້​ລົມ​ສົນທະນາ​ຜ່ານ​ປະຕູ​ຖານຂໍ້​ມູນ​ລັດຖະບານ ປະກອບສ່ວນ ກຳນົດ​ທິດ​ຫາງ​ສຽງ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ໃນ​ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ.

 

ຂ່າວ/ບົດ​ອື່ນ