ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ສະຫະພັນລັດເຊຍ ເພີ່ມທະວີການຮ່ວມມື

(VOVWORLD) - ທີ່ການເຮັດວຽກ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາບັນຫາສົມທົບກັນເຄື່ອນໄຫວຕາມເສັ້ນທາງ Interpol...

ທີ່ນະຄອນຫຼວງ ມົດສະກູ, ລັດເຊຍ, ວັນທີ 5 ກັນຍາ, ທ່ານພົນໂທ ບຸ່ຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ເຮັດວຽກກັບ ທ່ານພົນໂທ Aleksandr Gorovoy ຮອງລັດຖະມົນຕີຮັບຜິດຊອບກະຊວງພາຍໃນ ສະຫະພັນລັດເຊຍ. ທີ່ການເຮັດວຽກ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາບັນຫາສົມທົບກັນເຄື່ອນໄຫວຕາມເສັ້ນທາງ Interpol, ກໍ່ຄືພິຈາລະນາສະພາບການຮ່ວມມືໃນຂົງເຂດບຳລຸງສ້າງພະນັກງານ. ສອງຝ່າຍ ໄດ້ສະແດງຄວາມພ້ອມໃນການເປີດກ້ວາງການຮ່ວມມື ລະຫວ່າງ ສອງກະຊວງ.

ພົນໂທ ບຸ່ຍວັນນາມ ຖືວ່າ ໃນໄລຍະທີ່ຈະມາເຖິງ ທັງສອງຝ່າຍຄວນສຸມໃສ່ການພົບປະແລກປ່ຽນຄະນະຂັ້ນຕ່າງໆ; ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຢ່າງທັນການ; ສົມທົບກັນຕໍ່ສູ້, ສືບສວນ, ສອບສວບ, ໄລ່ຈັບຜູ້ກະທຳຜິດ ທີ່ກ່ຽວຂ້ອງເຖິງພົນລະເມືອງຂອງສອງປະເທດຫຼົບລີ້ຢູ່ ສະຫະພັນລັດເຊຍ ແລະ ຫວຽດນາມ. ຄຽງຄູ່ກັນນັ້ນ, ລັດເຊຍ ແລະ ຫວຽດນາມ ຄວນເພີ່ມທະວີການຮ່ວມມືແໜ້ນແຟ້ນ ບໍ່ປະໃຫ້ບໍ່ວ່າອົງການຈັດຕັ້ງ ຫຼື ບຸກຄົນໃດສວຍໃຊ້ພື້ນທີ່ຂອງປະເທດຕົນ ເພື່ອດຳເນີນບັນດາການເຄື່ອນໄຫວຕ້ານ ແລະ ທຳລາຍປະເທດອື່ນ; ເພີ່ມທະມີການຮ່ວມມືບຳລຸງ, ກໍ່ສ້າງວິຊາສະເພາະໃຫ້ແກ່ພະນັກງານປະຕິບັດກົດໝາຍ, ໂດຍສະເພາະແມ່ນໃນຂົງເຂດປ້ອງກັນຊາດ, ຕ້ານອາດຊະຍາກຳນຳໃຊ້ເຕັກໂນໂລຊີສູງ, ອາດຊະຍາກຳຢາເສບຕິດ, ອາດຊະຍາກຳເສດຖະກິດ ແລະ ໃນຂົງເຂດເຕັກນິກການທະຫານ.

ສີ້ນສຸດການເຮັດວຽກ, ສອງຝ່າຍໄດ້ລົງນາມ ໂຄງການສົມທົບກັນມີການເຄື່ອນໄຫວ ລະຫວ່າງ ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ສະຫະພັນລັດເຊຍ ໄລຍະ 2019-2021.

ຕອບກັບ

ຂ່າວ/ບົດ​ອື່ນ