ກະຊວງຕຳຫຼວດຫວຽດນາມ ແລະ FBI ຊຸກຍູ້ການຮ່ວມມືປ້ອງກັນ ແລະ ຕ້ານອາດຊະຍາກຳ

(VOVWORLD) -ຕອນບ່າຍວັນທີ 23/2, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີ ກະຊວງຕຳຫຼວດ ຫວຽດນາມ ໄດ້ດຳເນີນກອງປະຊຸມເຈລະຈາທາງໄກ ກັບທ່ານ Kristophe A Ray, ຜູ້ອຳນວຍການອົງການ ສືບສວນແຫ່ງສະຫະລັດອາເມລິກາ (FBI).
ກະຊວງຕຳຫຼວດຫວຽດນາມ ແລະ FBI ຊຸກຍູ້ການຮ່ວມມືປ້ອງກັນ ແລະ ຕ້ານອາດຊະຍາກຳ - ảnh 1ທ່ານ ລັດຖະມົນຕີ ກະຊວງຕຳຫຼວດຫວຽດນາມໂຕເລີມ ເຈລະຈາທາງໄກ ກັບທ່ານ Kristophe A Ray, ຜູ້ອຳນວຍການອົງການ FBI

    ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ໂຕເລີມ ໄດ້ສະເໜີໃຫ້ FBI ສືບຕໍ່ຊຸກຍູ້ການຜັນຂະຫຍາຍປະຕິບັດ “ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ” ແລະ “ຂໍ້ຕົກລົງວ່າດ້ວຍການຖ່າຍທອດເຕັກໂນໂລຊີຊອບແວ ຊັນນະສູດ ແຊນ DNA”; ເອົາໃຈໃສ່ຊຸກຍູ້ການລົງນາມໃນສັນຍາວ່າດ້ວຍການຊ່ວຍໜູນກັນດ້ານຕຸລາການອາຍາ, ສັນຍາວ່າດ້ວຍການສົ່ງຜູ້ຮ້າຍ, ສັນຍາວ່າດ້ວຍການມອບສົ່ງຕົວຜູ້ຖືກສານຕັດສິນຈຳຄຸກ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ເພື່ອປ້ອງກັນ ແລະ ຕ້ານອາດຊະຍາກຳທຸກປະເພດ.

     ສ່ວນທ່ານ Kristophe A Ray ເຊື່ອໝັ້ນວ່າ 2 ຝ່າຍຈະບັນລຸໄດ້ບັນດາຜົນງານລວມໃນການກໍ່ສ້າງ ແລະປົກປັກຮັກສາຄວາມສະຫງົບແຫ່ງຊາດ ຂອງແຕ່ລະ ປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ ແລະ ສະຖຽນລະພາບ ຢູ່ພາກພື້ນ ແລະໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ