ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ຫວຽດ​ນາມ ​ແນະ​ນຳ ​ພື້ນ​ຖານການ​ບໍ​ລິ​ຫານ​ວິ​ສາ​ຫະ​ກິດໂຮມ​ເຂົ້າ​ກັນ Misa Amis

(VOVWORLD) -ເຫດການນອນໃນລາຍການແນະນຳບັນດາລະບົບດີຈີຕອນ Make in Viet Nam ເພື່ອແນໃສ່ປະຕິບັດ “ໂຄງການຫັນເປັນຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030” ໂດຍນາຍົກລັດຖະມົນຕີອະນຸມັດຜ່ານ.
ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ຫວຽດ​ນາມ ​ແນະ​ນຳ ​ພື້ນ​ຖານການ​ບໍ​ລິ​ຫານ​ວິ​ສາ​ຫະ​ກິດໂຮມ​ເຂົ້າ​ກັນ Misa Amis - ảnh 1 ພິທີແນະນຳພື້ນຖານການບໍລິຫານວິສາຫະກິດໂຮມເຂົ້າກັນ Misa Amis (ພາບ: baophapluat.vn)

ວັນທີ 25 ທັນວາ, ຢູ່ຮ່າໂນ້ຍ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຈັດຕັ້ງ “ພິທີແນະນຳພື້ນຖານການບໍລິຫານວິສາຫະກິດໂຮມເຂົ້າກັນ Misa Amis”. ເຫດການນອນໃນລາຍການແນະນຳບັນດາລະບົບດີຈີຕອນ Make in Viet Nam ເພື່ອແນໃສ່ປະຕິບັດ “ໂຄງການຫັນເປັນຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030” ໂດຍນາຍົກລັດຖະມົນຕີອະນຸມັດຜ່ານ.

ທ່ານ ຫງວຽນຝູຕ໊ຽນ, ຮອງຫົວໜ້າກົມກອມພິວເຕີ, ຢູ່ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ່ວ່າ, ການນຳໃຊ້ລະບົບນີ້ຈະຊ່ວຍໃຫ້ວິສາຫະກິດສະສົມຂໍ້ມູນຮັບໃຊ້ວຽກງານໄຈ້ແຍກ, ອອກຂໍ້ຕົກລົງບໍລິຫານຢ່າງວ່ອງໄວ, ທັນການ ແລະ ຊັດເຈນກ່ວາ. ທ່ານຫງວຽນຝູຕ໊ຽນກ່ວາວ່າ:

ການພັດທະນາຢູ່ໃນລະບົບນີ້ ຈະຊ່ວຍການເຊື່ອມຕໍ່ລະຫວ່າງບັນດາລະບົບສິ່ງແວດລ້ອມ ຢູ່ໃນແຕ່ລະ ວິສາຫະກິດກັບຄູ່ຮ່ວມມືອື່ນ. ພວກຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ ຈະສືບຕໍ່ພັດທະນາຕາມທິດນີ້ ແລະ ພ້ອມກັບວິສາຫະກິດຢູ່ໃນປະເທດຊຸກຍູ້ການຫັນເປັນດີຈີຕອນເພື່ອພັດທະນາເສດຖະກິດດີຈີຕອນຂອງ ຫວຽດນາມໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ