ກະຊວງປ້ອງກັນປະເທດຍ້ອງຍໍບັນດາທິມເຂົ້າຮ່ວມງານແຂ່ງຂັນການທະຫານສາກົນປີ 2019

(VOVWORLD) -  ວັນທີ 23 ສິງຫາ, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍຜົນງານຂອງບັນດາທິມເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ (Army Games) ປີ 2019.
ກະຊວງປ້ອງກັນປະເທດຍ້ອງຍໍບັນດາທິມເຂົ້າຮ່ວມງານແຂ່ງຂັນການທະຫານສາກົນປີ 2019 - ảnh 1ທ່ານພົນເອກ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ມອບໃບຍ້ອງຍໍໃຫ້ບັນດາທິມເຂົ້າຮ່ວມງານແຂ່ງຂັນການທະຫານສາກົນປີ 2019. ພາບ/TTXVN

Army Games 2019 ໂດຍສະຫະພັນ ລັດເຊຍ ເປັນປະເທດເຈົ້າພາບ ເຊິ່ງໄດ້ຈັດຕັ້ງຢູ່ 10 ປະເທດ ດ້ວຍການເຂົ້າຮ່ວມຂອງ 223 ທິມ ທີ່ມາຈາກ 39 ປະເທດໃນໂລກ. ການເຂົ້າຮ່ວມ Army Games 2019 ແມ່ນການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດສຳຄັນຂອງ ຫວຽດນາມ, ຫັນນະໂຍບາຍການຕ່າງປະເທດເປີດກ້ວາງ, ຫລາຍຮູບຫລາຍແບບ, ຫລາຍຝ່າຍໃຫ້ປະກົດຜົນເປັນຈິງ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ. ພ້ອມກັນນັ້ນ, ກອງທັບປະຊາຊົນ ຫວຽດນາມ ມີໂອກາດພົວພັນແລກປ່ຽນ, ຮ່ຳຮຽນ, ຍົກສູງຄຸນນະພາບການຝຶກຊ້ອມ, ຄວາມສາມາດຂຸດຄົ້ນ, ນຳໃຊ້ອາວຸດ, ພາຫະນະອຸປະກອນເຕັກນິກທັນສະໄໝ. ໃນງານແຂ່ງຂັນຄັ້ງນີ້, ທິມລົດຖັງ ຫວຽດນາມ ຍາດໄດ້ຫຼຽນເງິນ, ທິມຊ່າງແສງຍາດໄດ້ຫຼຽນທອງ, ທິນເຄມີຍາດໄດ້ຫຼຽນທອງ, ທິມກູ້ໄພກູ້ຊີບຍາດໄດ້ຫຼຽນທອງ ແລະ ລາງວັນບຸກຄົນດີເດັ່ນ 4 ລາງວັນ…

ຕອບກັບ

ຂ່າວ/ບົດ​ອື່ນ