ກະຊວງປ້ອງກັນປະເທດສິງກະໂປໜູນຊ່ວຍການຖ່າຍທອດເຕັກໂນໂລຊີວັກຊິນກັນໂຄວິດ-19

(VOVWORLD) -ທ່ານພົນໂທ ຮ່ວາງຊວັນຈຽນ ສະເໜີໃຫ້ກະຊວງປ້ອງກັນປະເທດ ສິງກະໂປ ສ້າງເງື່ອນໄຂໜູນຊ່ວຍກະຊວງປ້ອງກັນປະເທດຫວຽດນາມ ສຳຜັດ, ຖ່າຍທອດເຕັກໂນໂລຊີວັກຊິນກັນໂຄວິດ-19.
ກະຊວງປ້ອງກັນປະເທດສິງກະໂປໜູນຊ່ວຍການຖ່າຍທອດເຕັກໂນໂລຊີວັກຊິນກັນໂຄວິດ-19 - ảnh 1ທີ່ການຕ້ອນຮັບ
(ພາບ: TTXVN)

ຕອນເຊົ້າວັນທີ 19 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພັນເອກ Tan Chong Kuang Edmund, ທູດທະຫານ ສິງກະໂປ, ເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານຢູ່ຫວຽດນາມ; ພ້ອມກັບທ່ານພັນເອກ Bernard Ng Yu Long, ທູດທະຫານ ສິງກະໂປ ປະຈຳຫວຽດນາມ ຄົນໃໝ່.

        ທີ່ການຕ້ອນຮັບ, ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ອວຍພອນທ່ານພັນເອກ Tan Chong Kuang Edmund ໄດ້ປະຕິບັດສຳເລັດອາຍຸການປະຕິບັດງານຢູ່ຫວຽດນາມ; ຊົມເຊີຍທ່ານພັນເອກ Bernard Ng Yu Long, ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງເປັນທູດທະຫານ ສິງກະໂປ ປະຈຳຫວຽດນາມ; ທ່ານຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, ຖືນີແມ່ນປະຖົມປັດໃຈເພື່ອຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍແມ່ນໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ ແລະ ນັບມື້ນັບມີປະສິດທິຜົນ, ແທດຈິງໃນຫຼາຍຂົງເຂດ.

        ເນື່ອງໃນໂອກາດນີ້, ທ່ານພົນໂທ ຮ່ວາງຊວັນຈຽນ ສະເໜີໃຫ້ກະຊວງປ້ອງກັນປະເທດ ສິງກະໂປ ສ້າງເງື່ອນໄຂໜູນຊ່ວຍກະຊວງປ້ອງກັນປະເທດຫວຽດນາມ ສຳຜັດ, ຖ່າຍທອດເຕັກໂນໂລຊີວັກຊິນກັນໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ