(vovworld) - ຕອນບ່າຍວັນທີ 28/11, ທີ່ການຕ້ອນຮັບພົນຈັດຕະວາ ຫວາງຊີຊິນ, ຮອງອະທິການບໍດີມະຫາວິທະຍາໄລປ້ອງກັນຊາດຈີນ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟູ່ງກວາງແທງ ໄດ້ຕີລາຄາສູງໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນ ຜ່ານມາ. ທ່ານລັດຖະມົນຕີ ຟູ່ງກວາງແທງ ໃຫ້ຮູ້ວ່າ ຍາມໃດຫວຽດນາມ ກໍຖືການພົວພັນມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ ເປັນສຳຄັນ. ທ່ານລັດຖະມົນຕີ ຟູ່ງກວາງແທງ ໄດ້ຢືນຢັນນະໂຍບາຍປ້ອງກັນຊາດໂດຍສັນຕິພາບ, ປ້ອງກັນຕົວຂອງຫວຽດນາມ ນັ້ນແມ່ນບໍ່ເຂົ້າຮ່ວມບັນດາອົງການສຳພັນທະມິດການທະຫານ, ບໍ່ປະໃຫ້ຕ່າງປະເທດຕັ້ງຖານທີ່ໝັ້ນການຖະຫານ ຫຼື ນຳໃຊ້ຜຶນແຜ່ນດິນຂອງຕົນ ເພື່ອຕ້ານປະເທດອື່ນໆ.