ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ ຈັດ​ແບ່ງ​ວັກ​ຊິນ​ຢ່າງ​ຄົບ​ຖ້ວນ ເພື່ອ​ໃຫ້ ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ ເພື່ອສັກ​ວັກ​ຊິນໃຫ້​ປະ​ຊາ​ຊົນ​ຢ່າງ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້

(VOVWORLD) -ວັນທີ 28 ຕຸລາ, ຫ້ອງວ່າການລັດຖະບານ ໄດ້ປະກາດໃຊ້ ແຈ້ງການບົດສະຫຼຸບຂອງ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຢູ່ກອງປະຊຸມແບບທາງໄກ ກັບບັນດາແຂວງ, ນະຄອນທາງທິດຕາເວັນອອກ ແລະ ທິດຕາເວັນຕົກພາກໃຕ້ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ ຈັດ​ແບ່ງ​ວັກ​ຊິນ​ຢ່າງ​ຄົບ​ຖ້ວນ ເພື່ອ​ໃຫ້ ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ ເພື່ອສັກ​ວັກ​ຊິນໃຫ້​ປະ​ຊາ​ຊົນ​ຢ່າງ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ - ảnh 1ພາບປະກອບ: TTXVN

ແຈ້ງການໄດ້ຊີ້ແຈ້ງວ່າ, ພາຍຫລັງຮັບຟັງບົດລາຍງານຂອງ ກະຊວງສາທາລະນະສຸກ, ຄຳເຫັນປະກອບຂອງ ຫົວໜ້າໜ່ວຍປະຕິບັດງານພິເສດຂອງ ລັດຖະບານ ປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຂອງຜູ້ຕາງໜ້າການນຳບາງແຂວງ, ນະຄອນ ຂຶ້ນກັບສູນກາງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ ແຂວງ, ນະຄອນຢູ່ທາງທິດຕາເວັນອອກ ແລະ ທາງທິດຕາເວັນຕົກພາກໃຕ້ ຜັນຂະຫຍາຍແຜນການສັກວັກຊິນກັນໂຄວິດ - 19 ຢ່າງຮີບດ່ວນທີ່ສຸດ. ກະຊວງສາທາລະນະສຸກ ໄດ້ຈັດແບ່ງວັກຊິນຢ່າງຄົບຖ້ວນ ແລະ ທັນການ ເພື່ອສັກ ເຂັມທີ 2 ໃຫ້ຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ຕາມຕາຕະລາງສັກວັກຊິນຂອງ ທ້ອງຖິ່ນ, ສົມທົບກັບ ແຂວງ, ນະຄອນ ຊີ້ນຳຈັດຕັ້ງການສັກວັກຊິນໃຫ້ເດັກນ້ອຍໃນບໍລິເວນ ໂດຍຮັບປະກັນຄວາມປອດໄພ, ມີວິທະຍາສາດ ແລະ ປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ