ກະຊວງສາທາລະນະສຸກແລະບັນດານັກອຸປະຖຳໜູນຊ່ວຍແຂວງບັກນິງປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ໄລ່ຮອດເວລາ 6 ໂມງຂອງວັນທີ 24 ພຶດສະພາ, ແຂວງ ບັກນິງ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 499 ຄົນ.
ກະຊວງສາທາລະນະສຸກແລະບັນດານັກອຸປະຖຳໜູນຊ່ວຍແຂວງບັກນິງປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1ແຂວງ ບັກນິງ ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ
(ພາບປະກອບ: TTXVN)

ຕອນເຊົ້າວັນທີ 24 ພຶດສະພາ, ຢູ່ແຂວງ ບັກນິງ, ຄະນະປະຕິບັດງານຂອງກະຊວງສາທາລະນະສຸກຫວຽດນາມ ໂດຍທ່ານລັດຖະມົນຕີ ຫງວຽນແທ່ງລອງ ນຳໜ້າ ແລະ ບັນດານັກອຸປະຖຳ ໄດ້ມອບຂອງຂວັນຫຼາຍພູດໃຫ້ແຂວງ ບັກນິງ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ຈຳນວນເງິນໜູນຊ່ວນແມ່ນ 5 ຕື້ດົ່ງ, ພ້ອມກັບເຂົ້າສານ 10 ໂຕນ, ໝີ, ນ້ຳແອ່ນ, ນ້ຳນົມ… ນັບຮ້ອຍແກັດ.

        ທ່ານລັດຖະມົນຕີ ຫງວຽນແທ່ງລອງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ວິສາຫະກິດ ແລະ ປະຊາຊົນໃນທົ່ວປະເທດ ຈົ່ງຊ່ວຍເຫຼືອແຂວງ ບັກນິງ ແລະ ບັກຢາງ ເຊິ່ງແມ່ນ 2 ແຂວງຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດເພື່ອໃຫ້ 2 ແຂວງນີ້ຮັບມືກັບໂລກລະບາດໂຄວິດ-19.

        ໄລ່ຮອດເວລາ 6 ໂມງຂອງວັນທີ 24 ພຶດສະພາ, ແຂວງ ບັກນິງ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 499 ຄົນ. ຈຳນວນຜູ້ມີອາການເຈັບໜັກທີ່ພວມປິ່ນປົວຢູ່ໂຮງໝໍຫຼາຍຂະແໜງແຂວງ ບັກນິງ ແມ່ນ 34 ຄົນ, ໃນນັ້ນມີ 1 ຄົນຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ